李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວ​ວ່າ, “ກົດ​ໝາຍ​ການ​ພົວ​ພັນ​ກັບ​ໄຕ້​ຫວັນ​” ແລະ “​ການຮັບ​ປະ​ກັນ 6 ຂໍ້​ໃຫ້​ກັບ​ໄຕ້​ຫວັນ” ຂອງ​ອາ​ເມ​ຣິ​ກາ ແມ່ນ​ຜິດ​ກົດ​ໝາຍ ທັງ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້

2021-11-18 11:00:13 cri

ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ພະ​ຈິກນີ້​ວ່າ: “ກົດ​ໝາຍ​ການ​ພົວ​ພັນ​ກັບ​ໄຕ້​ຫວັນ​” ແລະ “ການຮັບ​ປະ​ກັນ 6 ຂໍ້​ໃຫ້​ກັບ​ໄຕ້​ຫວັນ” ຂອງ​ອາ​ເມ​ຣິ​ກາ ແມ່ນ​ຜິດ​ກົດ​ໝາຍ ທັງ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ກັບ​​ບັນ​ຫາ​ໄຕ້​ຫວັນ​ໃນ​ການ​ພົບ​ປະ​ລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ, ​ທ່ານ​ຈ້າວ​ລີ້​ຈ່ຽນ ກ່າວ​ເນັ້ນ​ໜັກ​ວ່າ, ສິ່ງ​ທີ່​ອາ​ເມ​ຣິ​ກາ​ຄວນ​ເຄົາ​ລົບ​ນັ້ນ ແມ່ນ ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຖະ​ແຫຼງ​ການ​ຮ່ວມ​ຈີນ​-ອາ​ເມ​ຣິ​ກາ 3 ສະ​ບັບ ເຊິ່ງ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ ທັງ​ແມ່ນ​ພື້ນ​ຖານ​ດ້ານ​ການ​ເມືອງ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ. ​ສ່ວນ​ວ່າ “ກົດ​ໝາຍ​ການ​ພົວ​ພັນ​ກັບ​ໄຕ້​ຫວັນ​ໄຕ້” ແລະ “ການຮັບ​ປະ​ກັນ 6 ຂໍ້​ໃຫ້ກັບ​ໄຕ້​ຫວັນ” ຂອງ​ອາ​ເມ​ຣິ​ກາ ແມ່ນຖືກ​ປັ້ນ​ແຕ່ງ​ຂຶ້ນ​ໂດຍ​ອິດ​ທິ​ກຳ​ລັງ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​, ລ້ວນ​ແຕ່​​ຝ່າ​ຝືນ​ກັບ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ​ ແລະ ອາ​ເມ​ຣິ​ກາ, ເຊິ່ງ​ມີທາດ​ແທ້​ຂອງ​ມັນ​ກໍຄື​​ນຳເອົາ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໄວ້​ຢູ່​ເໜືອ​ພັນ​ທະ​ສາ​ກົນ​ຂອງ​ເຂົາ, ​​ສິ່ງນີ້ແມ່ນ​ຜິດ​ກົດ​ໝາຍ ທັງ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້.

ຄຳ​ເຫັນ

0