吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ່ວມມືດ້ານວັກຊິນໂຄວິດ-19ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງ​ຄຳ​ວ່າປະຊາຄົມຮ່ວມຊາຕາກຳ

2021-11-19 14:51:11 cri

ການຮ່ວມມືດ້ານວັກຊິນໂຄວິດ-19ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງ​ຄຳ​ວ່າປະຊາຄົມຮ່ວມຊາຕາກຳ_fororder_微信图片_20211119143413


    ຫວ່າງມໍ່ໆມານີ້, ວັກຊິນໂຄວິດ-19 ງວດ​ທີ 7 ທີ່​ຈີນ​ສະໜອງ​ໃຫ້​​ແກ່ກຳປູ​ເຈຍ​​ໄດ້​ຂົນ​ສົ່ງ​ໄປຮອດ​ກຳປູ​ເຈຍ​ແລ້ວ. ວັນ​ທີ 18 ພະຈິກ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອວັກ​ຊິນ​ແກ່​ກຳປູ​ເຈຍ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ປະຊາ​ຄົມ​ຮ່ວມ​ຊາຕາ​ກຳ.


    ຂ່າວ​​ແຈ້ງວ່າ, ວັນ​ທີ 17 ພະຈິກ​ນີ້, ວັກຊິນໂຄວິດ-19 ງວດ​ທີ 7 ທີ່​ຈີນ​ສະໜອງ​ໃຫ້​ກຳປູ​ເຈຍ​​ໄດ້ຂົນ​ສົ່ງ​ໄປ​ຮອດ​ກຳປູ​ເຈຍ​ແລ້ວ, ທ່ານ​ຮຸນ​​ເຊັນນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ໄປ​​ຕ້ອນ​ຮັບ​ວັກ​ຊິນ​ດ້ວຍ​ຕົນ​ເອງ​ທີ່ສະໜາມ​ບິນ​.

 

ການຮ່ວມມືດ້ານວັກຊິນໂຄວິດ-19ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງ​ຄຳ​ວ່າປະຊາຄົມຮ່ວມຊາຕາກຳ_fororder_微信图片_20211119143417


    ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ, ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ, ຈີນ​ ແລະ ກຳ​ປູ​ເຈຍ​ເປັນ​​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ແໜ້ນ​ແຟ້ນ ​ແລະ ​ເປັນ​ເພື່ອນ​ມິດ​ທີ່​ດີ​ທີ່​ສຸດ, ​ຫຼັງ​ຈາກ​ພະຍາດ​ໂຄ​ວິດ-19 ​ແຜ່​ລະບາດ​ແລ້ວ, ສອງ​ປະ​ເທດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ກັນ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ມາໂດຍ​ຕະຫຼອດ​. ຈີນ​ຮູ້​ສຶກ​ດີ​ໃຈ​ຫຼາຍທີ່​ໄດ້​ເຫັນ​ວ່າ, ພາຍ​​ໃຕ້​ການ​ນຳພາ​​ອັນ​ໝັ້ນ​ແກ່ນ​ຂອງ​ທ່ານ​ນາຍົກ​ຮຸນ​​ເຊັນ, ກຳປູ​ເຈຍ​ໄດ້​ບັນ​ລຸ​​ເປົ້າ​ໝາຍ​ການ​ສັກ​ວັກ​ຊິນ​​ແຫ່ງ​ຊາດໄລຍະ​ທີ​ໜຶ່ງ​ກ່ອນ​ເວລາ​ກຳນົດ​, ສະພາບ​​ພະຍາດ​ໂຄ​ວິດ-19 ທີ່​ແຜ່​ລະບາດ​ຢູ່ກຳ​ປູ​ເຈຍ​ໄດ້​ຖືກ​ຄວບ​ຄຸມ​ໄວ້​ໄດ້​ຢ່າງ​ບັງ​ເກີດ​ຜົນ, ການ​ພັດທະນາ​ເສດຖະກິດ​ສັງຄົມ​ໄດ້​ຟື້ນ​ຟູ​ຢ່າງ​ມີ​ລະບຽບ. ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້​ການສະໜັບສະໜູ​ນດ້ານ​ວັກ​ຊິນ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ວັດຖຸ​ຕ້ານ​​ໂຄ​ວິດ-19 ​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກຳປູ​ເຈຍ.

ຄຳ​ເຫັນ

0