吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງກະ​ໂປ​ຈະ​​ໃຫ້​ຜູ້​ຄົນ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 30 ປີ​ສັກ​ວັກ​ຊິນ​ໂຄ​ວິດ-19 ​ເຂັມ​ທີ 3

2021-11-21 13:36:49 CRI

ສິງກະ​ໂປ​ຈະ​​ໃຫ້​ຜູ້​ຄົນ​ທີ່​ມີ​ອາຍຸ​ດຕ່ຳ​ກວ່າ 30 ປີ​ສັກ​ວັກ​ຊິນ​ໂຄ​ວິດ-19 ​ເຂັມ​ທີ 3_fororder_微信图片_20211121133436


    ວັນ​ທີ 20 ພະຈິກ​ນີ້, ໜ່ວຍ​ງານ​ຕ້ານ​ໂຄ​ວິດ-19 ທີ່​ປະ​ກອບ​ດ້ວຍ​ຫຼາຍ​ພາກ​ສ່ວ​ນຂອງ​ສິງກະ​ໂປ​ໄດ້ປະກາດ​ວ່າ, ນັບ​ແຕ່​ວັນ​ທີ​ 24 ພະຈິກ​ນີ້​ເປັນ​ຕົ້ນ​ໄປ, ລັດຖະບານ​ຈະ​ອະນຸຍາດ​ໃຫ້​ປະຊາຊົນ​ທັງ​ໝົດ​ທີ່​ໄດ້​ສັກ​ວັກ​ຊິນ​ໂຄ​ວິດ-19 ​ຄົບ 2 ເຂັມ 5 ເດືອນ​ແລ້ວ​ນັ້ນ​ໄປ​ສັກ​ວັກ​ຊິນ​ເຂັມ​ທີ 3.


   ກ່ອນ​ໜ້າ​ນີ້, ກະຊວງ​ສາທາ​ລະນະ​ສຸກ​ສິງກະ​​ໂປໄດ້ກຳ​ນົດວ່າ, ປະຊາຊົນ​ທີ່​ມີ​ອາຍຸ​ສູງ​ກວ່າ 30 ປີ ສາມາດ​ສັກ​ວັນ​ຊິນ​​ເຂັມ​ທີ 3 ພາຍ​ຫຼັ​ງສຳ​ເລັດ​ການ​ສັກ​ວັກ​ຊິນ​​​ຄົບ 2 ເຂັມ 6 ​ເດືອນ, ສ່ວນ​ປະຊາຊົນ​ທີ່​ມີ​ອາຍຸ​ສູງ​ກວ່າ 60 ປີທີ່​ໄດ້​ສັກ​ວັກ​ຊິນ​ຄົບ 2 ເຂັມ​ໄດ້ 5 ເດືອນ​ແລ້ວ​ຈະ​ໃຫ້​ສັກ​ວັກ​ຊິນ​ເຂັມ​ທີ 3.


    ໜ່ວຍ​ງານດັ່ງ​ກ່າວ​ກວ່າ​ວ່າ, ​ຜົນຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼັງ​ຈາກ​ສັກ​ວັກ​ຊິນ​ຫຼ​ເຂັມ​ທີ 2 ​ຜ່ານ​ໄປ 6 ​ເດືອນ, ​ພູມ​ຕ້ານ​ທານ​ໃນ​ຮ່າງກາຍ​ຈະ​ຫຼຸດ​ໜ້ອຍ​ລົງ​ຢ່າງຈະ​ແຈ້ງ, ສະ​ນັ້ນ ​ຈຶ່ງສະ​ເໜີ​ໃຫ້​ຜູ້​ຄົນ​ທີ່​ເໝາະ​ກັບ​ການ​ສັກ​ວັກ​ຊິນ​ເຂັມ​ທີ 3 ທຸກ​ຄົນ ​ໃຫ້​ເລີ່​ມສັກ​ວັກ​ຊິນ​ເຂັມທີ 3 ​ພາຍ​ຫຼັງ​ສັກ​ວັກ​ຊິນ​ຄົບ 2 ເຂັມ​ໄດ້ 5 ເດືອນ. 

ຄຳ​ເຫັນ

0