尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນມຽນ​ມາ 15 ຄົນ​ເສຍ​ຊີ​ວິດ​ຍ້ອນ​ຕາຍ​ດຶກ​ນ້ຳ​ຢູ່​ເຂດ​ທະ​ເລ​ໃກ້​ເມືອງມອນ

2021-11-22 17:04:05 cri

      ວັນ​ທີ 21 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມຽນ​ມາ​ກ່າວ​ວ່າ: ​ໃນ​ມື້​ດັ່ງ​ກ່າວ, ຢ່າງ​ໜ້ອຍ​ມີ​ປະ​ຊາ​ຊົນ​ມຽນ​ມາ 15 ຄົນເສຍ​ຊີ​ວິດຍ້ອນ​ຕາຍ​ດຶກ​ນ້ຳ​ຢູ່​ເຂດ​ທະ​ເລ​ໃກ້​ເມືອງມອນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ມຽນ​ມາ.
 

      ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມຽນ​ມາ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ໃນ​ຂະ​ນະ​ທີ່​ເກີດ​ເຫດ, ມີ​ປະ​ຊາ​ຊົນຈຳ​ນວນ​ບໍ່​ໜ້ອຍ​ໄດ້​ຍ່າງ​ຂ້າມ​ເຂດ​ນ້ຳ​ຕື້ນ,ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ພິ​ທີ​ທາງສາດ​ສະ​ໜາ​​ໃນ​ພະທາດ​ແຫ່ງ​ໜຶ່ງ​ທີ່​ຢູ່​ເກາະ​ໃກ້​ຄຽງ​. ຍ້ອນ​ນ້ຳ​ທະ​ເລ​ຍື່ງ​ຂຶ້ນ, ຈຶ່ງ​ມີ​ບາງ​ຄົນ​ຖືກ​ນ້ຳ​ທະ​ເລ​ພັດ​ໄປ, ປັດ​ຈຸ​ບັນ​ຍັງ​ມີ​ຜູ້​ສູນ​ຫາຍ​ທີ່​ຍັງ​ບໍ່​ຮູ້​ຈຳ​ນວນ​ທີ່​ຊັດ​ເຈນ​ເທື່ອ.
 

      ຂ່າວ​ແຈ້ງວ່າ: ນີ້​ແມ່ນ​ເຫດ​ການຕາຍ​ດຶກ​ນ້ຳ​ທີ່​ຮ້າຍ​ແຮງ​ສົມ​ຄວນ​ຄັ້ງ​ໜຶ່ງ​ທີ່​ເກີດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ໃນ​ຊຸມ​ປີ​ຜ່ານ​ມາ. ເດືອນ​ພະ​ຈິກ​ຂອງ​ແຕ່​ລະ​ປີ, ຢູ່​ທ້ອງ​ຖິ່ນ​​ດັ່ງ​ກ່າວລ້ວນ​ແຕ່​ຈະ​ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ພິ​ທີ​ທາງສາດ​ສະ​ໜາ​ຢູ່​​ພະ​ທາດແຫ່ງ​ໜຶ່ງ​ເທິງ​ເກາະ​ດັ່ງ​ກ່າວ.

ຄຳ​ເຫັນ

0