尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ອິນ​ເດຍ​ຕັດ​ສິນ​ໃຈ​ຖອນ​ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ກະ​ສິ​ກຳ

2021-11-22 17:07:23 cri

      ວັນ​ທີ 21 ພະ​ຈິກ​ນີ້​, ຕາມ​ຂ່າວ​ຫຼ້າ​ສຸດ​ຈາກ​ໜັງ​ສື​ພິມ​​ຮິນ​ດູ​ສ​ຕາ​ນ​ທາມ​ສ໌ຂອງ​​ອິນເດຍໄດ້​ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ອິນ​ເດຍ​ໄດ້​ຕັດ​ສິນ​ໃຈ​ຈະ​ຖອນຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ກະ​ສິ​ກຳ​ໃນ​ວັນ​ທີ 24 ພະ​ຈິກ​ນີ້.

      ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ອິນ​ເດຍ​ໄດ້​ຜ່ານການ​ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ສາມ​ສະ​ບັບ​ກ່ຽວ​ກັບ​ການ​ຈໍ​ລະ​ຈອນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃນ​ປີ 2019, ​ໄດ້​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ອິນ​ເດຍ​ເກີດ​ມີການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່. ​ນັບແຕ່​ປີ 2019 ເປັນ​ຕົ້ນ​ມາ, ການ​ປະ​ທ້ວງ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ສືບ​ຕໍ່​ດຳ​ເນີນ​​ໄປເປັນ​ເວ​ລາ​ຫຼາຍກວ່າ 1 ປີ, ເຖິງ​ຈະ​ຢູ່​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ່​ບໍ່​ໄດ້​ຢຸດ​ປະ​ທ້ວງ.

      ລັດ​ຖະ​ບານ​ອິນ​ເດຍ​ໄດ້​ຊຸກ​ຍູ້​ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ກະ​ສິ​ກຳໂດຍ​ມີ​ຈຸດ​ປະ​ສົງ​ໃນ​ເບື້ອງ​ຕົ້ນ​ເພື່ອ​ນຳ​ເອົາ​ປັດ​ໄຈ​ຕະ​ຫຼາດ​ເຂົ້າ​ສູ່​ຊົນ​ນະ​ບົດ​ໃຫ້​ຫຼາຍກວ່າ​ເກົ່າ,ອະ​ນຸ​ຍາດ​ໃຫ້​ຊາວ​ກະ​ສິ​ກອນ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ. ແຕ່​ຊາວ​ກະ​ສິ​ກອນ​ເປັນ​ຫ່ວງ​ວ່າ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຕະ​ຫຼາດ,ຈຶ່ງ​ບໍ່​ເຫັນ​ດີ​​ນຳຍັດ​ຕິ​ກົດ​ໝາຍ​​ທັງສາມ​ສະ​ບັບ​ດັ່ງ​ກ່າວ.

ຄຳ​ເຫັນ

0