尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອ​າ​ເມ​ຣິ​ກາ​ໃນ​ປີ​ນີ້ຫຼາຍກວ່າ​​ປີ 2020

2021-11-23 17:43:03 cri

      ວັນ​ທີ 21 ພະ​ຈິກ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌​ຮອບ​ກິນ​ສ໌ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອ​າ​ເມ​ຣິ​ກາ​ໃນ​ປີ​ນີ້​ຫຼາຍກວ່າ​​ປີ 2020.

      ຕົວ​ເລກ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ:ມາ​ຮອດ​ວັນ​ທີ 21 ພະ​ຈິກ​ນີ້,ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ເປັນ​ຕົ້ນ​ມາ​ລວມ​ທັງ​ໝົດ​ມີ​ເຖິງ 771.108 ​ຄົນ. ໝາຍ​ຄວາມ​ວ່າ​ໃນ​ປີ​ນີ້​ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 385.765 ຄົນ, ​ເຊິ່ງ​ຫຼາຍກວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຂອງປີ 2020. ເນື່ອງ​ຈາກ​ຄວາມ​ສາ​ມາດ​ດ້ານ​ການກວດ​ຫາ​ເຊື້ອ​ໄວ​ຣັດບໍ່​ພຽງ​ພໍ​ເພື່ອ​ຢືນ​ຢັນ​ສາ​ເຫດ​ການ​ເສຍ​ຊີ​ວິດ, ​ສະ​ນັ້ນ​ເຊື່ອ​ວ່າຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໃນ​ປີ 2020 ຕາມ​ສະ​ຖິ​ຕິ​ທາງ​ການ​ຈຶ່ງຕ່ຳ​ກວ່າ​ຈຳ​ນວນຜູ້​ເສຍ​ຊີ​ວິດ​ຕົວ​ຈິງ.

      ​ໃນ​ປັດ​ຈຸ​ບັນ​ອາ​ເມ​ຣິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ທັງ​ໝົດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​. ສູນ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 21 ພະ​ຈິກ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີທັງ​ໝົດ​​ເຖິງ 47.587.441 ກໍ​ລະ​ນີ.

ຄຳ​ເຫັນ

0