尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ

2021-11-24 16:45:40 cri

ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ_fororder_微信图片_20211124112438

      ພິ​ທີເປີດ​ການ​ແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນສະ​ເຕິງ​ຕ​ຣອງ-​ໂກ​ຣ​ສຸ​ມາຂອງ​ກຳ​ປູ​ເຈຍໄດ້​ຈັດ​ຂຶ້ນ​ໃນວັນ​ທີ 23 ພະ​ຈິກ​ນີ້. ຂົວ​ດັ່ງ​ກ່າວ​ແມ່ນ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ,ເຊື່ອມ​ຕໍ່​ສອງ​ແຂວງ​ຂອງ​ກຳ​ປູ​ເຈຍ​ຄື: ແຂວງ​ກຳ​ປົງ​ຈາມ ແລະ​ແຂວງ​​ຕະ​ບົງ​ຂະ​ມົມ,ມີ​ລວງ​ຍາວ​ທັງ​ໝົດ 1.131 ແມັດ, ກວ້າງ 13,5 ແມັດ.
ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ_fororder_微信图片_20211124112320

      ໃນ​ພິ​ທີ​​ເປີດ​ການແລ່ນ​ລົດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານ ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ: ໃນ​ຫຼາຍ​ປີ​ຜ່ານ​ມາ, ຈີນ​ໄດ້​ສະ​ໜອງ​ເງິນ​ກູ້​​ພິ​ເສດພ້ອມ​ທັງ​ໄດ້​ສ້າງ​ຂົວ,​ສ້າງ​ທາງ​ແລະ​ພັດ​ທະ​ນາ​ພະ​ລັງ​ໄຟ​ຟ້າ​ໃຫ້​ແກ່​ກຳ​ປູ​ເຈຍ.​ປະ​ເທດ​ຈີນ​ແມ່ນ​ເພື່ອນ​ທີ່​ດີ​ກວ່າ​ໝູ່,ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ພັດ​ທະ​ນາກຳ​ປູ​ເຈຍ​ຢ່າງ​ແທ້​ຈິງ. ທ່ານຮຸນ​ເຊັນ​ຍັງກ່າວຕື່ມ​ວ່າ: ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ສະ​ເຕິງ​ຕ​ຣອງ-ໂກ​ຣ​ສຸ​ມາ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​​ທີ່​ສຸດ​ແລະ​ເປັນ​ການ​ປ່ຽນ​ຈາກ​ການ​ໃຊ້​ເຮືອ​ທີ່​ທັງ​ຊ້າ​ທັງ​ມີ​ລາ​ຄາ​ແພງ,ພ້ອມ​ທັງ​ໄດ້​ຊຸກ​ຍູ້​​ໃຫ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​​ເຂດ​ໃກ້​ຄຽງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ຂົວ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ແມ່ນ​ຂົວ​ເຊື່ອມ​ຕໍ່ແຂວງ​​ກຳ​ປົງ​ຈາມແລະ​ແຂວງ​ຕະ​ບົງ​ຂະ​ມົມ​ເທົ່າ​ນັ້ນ,ຫາກ​ຍັງ​ແມ່ນ​ຂົວ​ມິດ​ຕະ​ພາບ​​ລະ​ຫວ່າງປະ​ຊາ​ຊົນ​ສອງ​​ຊາດກຳ​ປູ​ເຈຍ​-ຈີນ​ອີກ​ດ້ວຍ.
ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ_fororder_微信图片_20211124112327

      ໃນ​ພິ​ທີດັ່ງ​ກ່າວ, ໂຄງ​ການ​ທາງ​ຫຼວງ​ແຫ່ງ​ຊາດ​ເລກ 71C ທີ່​ຈີນ​ສະ​ໜອງ​ເງິນ​ກູ້​ພິ​ເສດ​ແລະ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງນັ້ນ​ກໍ່​ໄດ້​ປະ​ກາດ​ລົງ​ມື​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ​ແລ້ວ.
ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ_fororder_微信图片_20211124112324
ຈັດ​ພິ​ທີ​ເປີດ​ການແລ່ນ​ລົດ​ຂົວ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ_fororder_微信图片_20211124112331

ຄຳ​ເຫັນ

0