蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວ​ເຕືອນ​ເອີ​ຣົບ​ວ່າ​ໃນ​ລະ​ດູ​ໜາວ​ປີ​ນີ້​ອາດ​ຈະ​ມີ 7 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19

2021-11-24 14:30:00 CRI

ວັນ​ທີ 23 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສຳ​ນັກ​ງານ​ຜູ້​ຕາງ​ໜ້າ WHO ປະ​ຈຳ​ເອີ​ຣົບ​ກ່າວ​ເຕືອນ​ວ່າ: ເມື່ອ​ຮອດ​ລະ​ດູ​ບານ​ໃໝ່​ປີ 2022, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ພາກ​ພື້ນ​ເອີ​ຣົບ​ອາດ​ຈະຫຼາຍກວ່າ 2,2 ລ້ານ​ຄົນ ເຊິ່ງ​ໝາຍ​ຄວາມ​ວ່າ: ໃນຫຼາຍ​ເດືອນ​ຂ້າງ​ໜ້າ​ໃນ​ລະ​ດູ​ໜາວ​ປີ​ນີ້, ຈະ​ມີ 7 ແສນກວ່າ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19. ​ກ່ຽວ​ກັບ​ເລື່ອງ​ນີ້, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ຄວນ​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ, ເພີ່ມ​​ທະ​ວີ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ແລະ ສືບ​ຕໍ່​ໃສ່​ຜ້າ​ປິດ​ປາກ ແລະ ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ອື່ນໆ.

ຖະ​ແຫຼງ​ການ​ໄດ້ລະ​ບຸ​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19​ ຕໍ່​ມື້​​ຢູ່​ພາກ​ພື້ນ​ເອີ​ຣົບ​ໃນ 1 ອາ​ທິດ​ຜ່ານ​ມາ​ໄດ້​ມີ​ເກືອບ 4.200 ຄົນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 1 ເທົ່າ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ໃນ​ທ້າຍ​ເດືອນ​ກັນ​ຍາ​ຜ່ານ​ມາ. ມາ​ຮອດ​ປັດ​ຈຸ​ບັນ, ນັບ​ລວມ​ແລ້ວ, ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ 53 ປະ​ເທດ​ໃນ​ພາກ​ພື້ນ​ດັ່ງ​ກ່າວມີຫຼາຍກວ່າ 1,5 ລ້ານ​ຄົນ.

WHO ຍັງ​ຄາດ​ຄ​ະ​ເນ​ວ່າ: ຈາກ​ປັດ​ຈຸ​ບັນ​ຈົນໄປ​ເຖິງ​ເດືອນ​ມີ​ນາ​ປີ​ໜ້າ, ສະ​ພາບ​ຕຽງນອນ​ໃນ​ໂຮງ​ໝໍ​ໃນ 25 ປະ​ເທດ​ໃນ​ພາກ​ພື້​ນີ້​ຈະ “ປະ​ສົບ​ກັບ​ການ​ຂາດ​ແຄນ​ຢ່າງ​ໜັກ​ໜ່ວງ ຫຼື ໜັກ​ໜ່ວງ​ທີ່​ສຸດ”, ສະ​ພາບ​ການ​ໃຊ້ຫ້ອງ ICU ​ໃນ 49 ປະ​ເທດ​ຈະ  “ປະ​ສົບກັບ​ບັນ​ຫາ​ຢ່າງ​ໜັກ​ໜ່ວງ ຫຼື ໜັກ​ໜ່ວງ​ທີ່​ສຸດ”.

ຄຳ​ເຫັນ

0