尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

10 ເດືອນ​ຕົ້ນ​ປີ​ນີ້ ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ແຂວງ​ໄຫ​ຫຼຳ​ຈີນ​ກັບ​ຟີ​ລິບ​ປິນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

2021-11-25 16:27:47 cri

      ຄຽງ​ຄູ່​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາຊຽນ​ໄດ້​ຍົກ​ລະ​ດັບ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ແຂວງ​ໄຫ​ຫຼຳ​ກັບ​ອາ​ຊຽນ​​ກໍ່ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ. ດ່ານ​ພາ​ສີນະ​ຄອນ​ໄຫ​ໂຂວ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ແຂວງ​ໄຫ​ຫຼຳ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ,ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ແຂວງ​ໄຫ​ຫຼຳ​ກັບ​ຟີ​ລິບ​ປິນ​ແລະ​ອິນ​ໂດ​ເນ​ເຊຍ​ຕ່າງ​​ກໍ່ໄດ້​ບັນ​ລຸ​ເຖິງ 70,5% ແລະ 42,7% ​ຕາມ​ລຳ​ດັບ.

      ໃນ 10 ເດືອນ​ຕົ້ນ​ປີ​ນີ້, ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ແຂວງ​ໄຫ​ຫຼຳ​ກັບ​ອິນ​ໂດ​ເນ​ເຊຍ​ມີ​ມູນ​ຄ່າ​ເຖິງ 3,87 ຕື້ຢວນ, ກວມ 20,3% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ໄຫ​ຫຼຳ​ກັບ​ອາຊຽນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​​ກັບ​ຟີ​ລິບ​ປິນ​ມີ​ມູນ​ຄ່າ​ເຖິງ 2,23 ຕື້ຢວນ,ກວມ 11,7%.

      ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ດ່ານ​ພາ​ສີ​ນະ​ຄອນ​ໄຫ​ໂຂວ​ກ່າວ​ວ່າ: ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂອງ​ແຂວງ​ໄຫ​ຫຼຳ​ດຳ​ເນີນ​ການ​ຄ້າ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ກັບ​ປະ​ເທດ​ອາ​ຊຽນ​ດ້ວຍ​ການ​ບໍ​ລິ​ການ​ທີ່​ດີກວ່າ​ເກົ່າ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ແຂວງ​ໄຫ​ຫຼຳ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ໃຫ້​ກ້າວ​ສູ່​ລະ​ດັບ​ທີ່​ສູງກວ່າ​ເກົ່າ​ແລະ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ.

ຄຳ​ເຫັນ

0