蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ເພດ​ຍິງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຊູ​ແອດ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

2021-11-25 11:24:43 CRI

ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເພດ​ຍິງ​ຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດຂອງ​ປະ​ເທດ​ຊູ​ແອດ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ, ວັນ​ທີ 24 ພະ​ຈິກ​ນີ້, ທ່ານ​ນາງ​ແມັກ​ດາ​ເລ​ນາ ອັນ​ເດີ​ຊັນ​ໄດ້​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ.

ທ່ານ​ນາງ​​ແມັກ​ດາ​ເລ​ນາ ອັນ​ເດີ​ຊັນໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ພະ​ຈິກ​ນີ້​ວ່າ: ສາ​ຍ​ເຫດ​ຕົ້ນ​ຕໍ​ທີ່​ຕົນ​ລາ​ອອກ​ຈາກ​ຕຳ​ແໜ່ງ​ແມ່ນ​ບໍ່​ຢາກ​ນຳ​ພາ “ຄະ​ນະ​ລັດ​ຖະ​ບານ​ທີ່​ອາດ​ຈະ​ຖືກ​ສົງ​ໄສ​ເຖິງ​ຄວາມ​ຖືກ​ຕ້ອງ​ດ້ວຍ​ກົດ​ໝາຍ”.

ຕອນ​ເຊົ້າ​ມື້​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຊູ​ແອດ​ໄດ້ລົງ​ຄະ​ແນນ​ສຽງ​ດ້ວຍ​ການ​ປ່ອນ​ບັດ​ໃຫ້​ກັບທ່ານ​ນາງ​​ແມັກ​ດາ​ເລ​ນາ ອັນ​ເດີ​ຊັນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄົນ​ໃໝ່. ຜົນ​ການ​ປ່ອນ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ 117 ບັດ​ເຫັນ​ດີ, 174 ບັດ​ຄັດ​ຄ້ານ, 57 ບັດ​​ເປັນ​ບັດ​ຂາວ ແລະ ບໍ່​ໄດ້​ປ່ອນ​ບັດ 1 ບັດ. ຍ້ອນ​ວ່າ​ບັດ​ຄັດ​ຄ້ານ​ບໍ່​​ກາຍ​ເຄິ່ງ​ໜຶ່ງ, ສະ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ຊູ​ແອດຈິ່ງ​ໄດ້​ອະ​ນຸ​ມັດ​ໃຫ້ທ່ານ​ນາງ​ມັກ​ດາ​ເລ​ນາ ອັນ​ເດີ​ຊັນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່.

ອີງ​ຕາມ​ແຜນ​ການ, ທ່ານ​ນາງ​ແ​ມັກ​ດາ​ເລ​ນາ ອັນ​ເດີ​ຊັນຈະ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ ແລະ ​ຈັດ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ພະ​ຈິກ​ນີ້. ຫຼັງ​ຈາກ​ນັ້ນ, ນາງ​ຈະ​ປະ​ກາດ​ຖອນ​ອອກ​ຈາກ​ລັດ​ຖະ​ບານ​ປະ​ສົມ​ຂອງ​ພັກ​ຝ່າຍ​ສ່ວນ​ໜ້ອຍ​ຢູ່​ພັກ​ສິ່ງ​ແວດ​ລ້ອມ, ອີງ​ຕາມ​ປະ​ເພ​ນີ, ຖ້າ​ພັກ​ກຳ​ອຳ​ນາດ​ຖອນ​ອອກ​ຈາກ​ລັດ​ຖະ​ບານ​ປະ​ສົມ, ລັດ​ຖະ​ບານ​ປະ​ສົມ​ຈຳ​ເປັນ​ຕ້ອງ​​ຍຸບ​ຄະ​ນະ​ລັດ​ຖະ​ບານ.

ຄຳ​ເຫັນ

0