蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ກຳ​ປູ​ເຈຍ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ

2021-11-25 11:25:06 CRI

ຫຼາຍ​ມື້​ມໍ່ໆ​ມາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ກຳ​ປູ​ເຈຍ​ໄດ້​ສືບ​ຕໍ່​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບ​​ສອງ​ຕົວ​ເລກ, ຈຳ​ນວນ​ຜູ້​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຕໍ່​ມື້​ໃນ​ວັນ​ທີ 24 ພະ​ຈິກ​ນີ້​​ກໍ່ເປັນ​ລະ​ດັບ​ຕ່ຳ​ສຸດ ນັບ​ແຕ່​ເກີດ​ມີການ​ແຜ່​ລະ​ບາດ​ຢູ່​​ຊຸມ​ຊົນ​ໃນ​ວັນ​ທີ 20 ກຸມ​ພາ​ປີ​ນີ້​ເປັນ​ຕົ້ນ​ມາ.

ນັບ​ແຕ່ກຳ​ປູ​ເຈຍ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່​ແຕ່​ທ້າຍ​ເດືອນ​ກຸມ​ພາ​ປີ​ນີ້​ເປັນ​ຕົ້ນ​ມາ, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ປະ​ເທດ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໂດຍ​ສະ​ເພາະ​ແມ່ນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ກາຍ​ພັນ​ເດວ​ຕາ ​ໄດ້ເຮັດ​ໃຫ້​ຈຳ​ນວນ​ຜູ້​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຕໍ່​ວັນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ພັນ​ກວ່າ​ກໍ​ລະ​ນີ. ຄຽງ​ຄູ່​ກັບ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຢ່າງ​ຂະ​ໜາດ​ໃຫຍ່, ກຳ​ປູ​ເຈຍ​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ກ້າວໆ, ​ຈິ່ງ​ເຮັດ​ໃຫ້ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນັກ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ໄດ້​ອອກ​ໄປ​ທ່ຽວ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໃນ​ຍາມ​ບຸນ​ສົ່ງ​ນ້ຳ, ແຕ່​ກໍ​ບໍ່​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຂະ​ໜາດ​ໃຫຍ່.

ຄຳ​ເຫັນ

0