尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ແລະ​ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ຕ່າງ​ໄດ້​ສົ່ງ​ສານ​ຊົມ​ເຊີຍໄປ​ຍັງ​ພິ​ທີ​ປິດ​ປີ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ-ຣັດ​ເຊຍ

2021-11-27 16:43:30 cri

      ວັນ​ທີ 26 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ​ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ່າງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ພິ​ທີ​ປິດ​ປີ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ-ຣັດ​ເຊຍ.

      ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ໃນ 1 ​ປີກວ່າ​ຜ່ານ​ມາ, ຈີນ​ແລະ​ຣັດ​ເຊຍ​ໄດ້​ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ 1 ພັນ​ກວ່າ​ໂຄງ​ການ​ຢ່າງ​ມີ​ລັກ​ສະ​ນະ​​ປະ​ດິດ​ສ້າງ​ໃໝ່, ໄດ້​ຮັບ​ໝາກ​ຜົນ​ດ້ານ​ການ​ຮ່ວມ​ມື​ທີ່​ອຸ​ດົມ​ສົມ​ບູນ​ຕ່າງໆ, ພຶດ​ຕິ​ກຳ​ໄດ້​ຢັ້ງ​ຢືນ​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​ແລະ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງ.

      ທ່ານ ປູ​ຕິນ ກ່າວ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ປະ​ເທດ, ປີ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຣັດ​ເຊຍ-ຈີນ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ,ໃນ​ສອງ​ປີ​ຜ່ານ​ມາ, ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຣັດ​ເຊຍ​ແລະ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ຜົນ​ກະ​ທົບ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ 1 ພັນ​ກວ່າ​ໂຄງ​ການ. ເຊື່ອ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດ​ຖື​ທັດ​ສະ​ນະ​ເປັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທຸກ​ເຊັ່ນ​ຄົນ​ແລະ​ການ​ຮ່ວມ​ມື​​ກັນແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​​ຢ່າງ​ບໍ່​ຢຸດ​ຢັ້ງເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ-ຈີນ.

      ປີ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ-ຣັດ​ເຊຍ​ໄດ້​​ອັດ​ລົງ​ໃນ​ວັນ​ທີ 26 ພະ​ຈິກ​ນີ້.

ຄຳ​ເຫັນ

0