蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ດີ​ຈີ​ຕອນ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ

2021-11-27 16:11:28 CRI

ຕອນ​ເຊົ້າ​ວັນ​ທີ 26 ພະ​ຈິກ​ນີ້, ທ່ານ​ອູ​ເຜິງ ຫົວ​ໜ້າ​ກົມ​ອາ​ຟ​ຣິ​ກາ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ ໂດຍ​ກ່າວ​ວ່າ: ເສດ​ຖະ​ກິດ​ດີ​ຈີ​ຕອນ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ.

ທ່ານ​ອູ​ເຜິງ​ກ່າວ​ວ່າ: ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ເລັ່ງ​ການ​ພັດ​ທະ​ນາ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ-ອາ​ຟ​ຣິ​ກາ ແລະ ໄດ້​ຊ່ວຍ​ອາ​ຟ​ຣິ​ກາ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ດີ​ຈີ​ຕອນຫຼາຍ​ສົມ​ຄວນ, ສູນ​ດີ​ຈີ​ຕອນຫຼາຍ​ແຫ່ງ ແລະ​ຕົວ​ເມືອງ​ອັດ​ສະ​ລິ​ຍະ. ນອກ​ນີ້, ອັດ​ຕາ​ປະ​ຊາ​ກອນ​ຊາວ​ໜຸ່ມ, ອັດ​ຕາ​ໃຊ້​ອິນ​ເຕີ​ເນັດ ແລະ ອັດ​ຕາ​ໃຊ້​ມື​ຖື​ຢູ່​ອາ​ຟ​ຣິ​ກາ​ກໍ​ສູງ​ສົມ​ຄວນ​ໃນ​ໂລກ ເຊິ່ງ​ກໍ​ແມ່ນ​ທ່າ​ແຮງ​ຢ່າງ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ.

ປັດ​ຈຸ​ບັນ, ຫຼາຍ​ຮູບ​ການ​ໃໝ່ ເຊັ່ນ: ລະ​ບົບ​ຈ່າຍ​ເງິນ​ເຄື່ອນ​ທີ່, ເງິນ​ຕາ​ດີ​ຈີ​ຕອນ ແລະ ອື່ນໆ ໄດ້​ພັດ​ທະ​ນາ​ຢູ່​ອາ​ຟ​ຣິ​ກາ. ທ່ານ​ອູ​ເຜິງ​ສະຫຼຸບ​ວ່າ: “ສະ​ນັ້ນ, ອາ​ຟ​ຣິ​ກາ​ເປັນ​ແຜ່ນ​ດິນ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫ​ວັງ ເຊິ່ງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ ແລະ ແຊງ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ໃໝ່.”

ຄຳ​ເຫັນ

0