尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປະ​ກາດ​ຈະ​ຜ່ອນ​ຄາຍ​ຄວາມ​ຈຳ​ກັດ​ດ້ານ​ການ​ອະ​ນຸ​ມັດການ​ເຂົ້າ​ເມືອງ​ຕື່ມ​ອີກ​ແຕ່​ວັນ​ທີ 16 ທັນ​ວາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ

2021-11-27 16:43:00 cri

     ສູນ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ໄດ້​ປະ​ກາດ​ໃນ​ວັນ​ທີ 26 ພະ​ຈິກ​ນີ້​ວ່າ: ຈະຜ່ອນ​ຄາຍ​ຄວາມ​ຈຳ​ກັດ​ດ້ານ​ການ​ອະ​ນຸ​ມັດ​ການ​ເຂົ້າ​ເມືອງ​ຕື່ມ​ອີກ​ແຕ່​ວັນ​ທີ 16 ທັນ​ວາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ການກວດ​ຫາ​ນິວ​ຄຼີ​ອິກ​ຂອງ​ນັກ​ທ່ອງ​ທ່ຽວ​ຈາກ 63 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄວາມ​ສ່ຽງ​ຕ່ຳ​ຫຼັງ​ເຂົ້າເມືອງ​ຈະ​ປ່ຽນ​ເປັນ​ການກວດ​ກາ​​ພູມຕ້ານ​ທານ​ພະ​ຍາດ​ໂຄວິດ-19 ແບບ​ໄວ, ຖ້າ​ຜົນ​ເປັນ​ລົບ​ກໍ່​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ​​ໃນຄືນ​ທຳ​ອິດ​ຢູ່​ໂຮງ​ແຮມ​ແລ້ວ.

      ສູນ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໄທ​ໄດ້​ເປີດ​ເຜີຍ​ຂໍ້​ກຳ​ນົດ​ໃໝ່​ຫຼ້າ​ສຸດ​ໃນ​ວັນ​ທີ 26 ພະ​ຈິກ​ນີ້​ວ່າ: ​ນັບແຕ່​ວັນ​ທີ 16 ທັນ​ວາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ,ນັກ​ທ່ອງ​ທ່ຽວ​ຈາກ 63 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​​ຄວາມ​ສ່ຽງ​ຕ່ຳ​ແລະ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ​ສອງ​ເຂັມ​ຢ່າງ​ໜ້ອຍ 14 ວັນ​ນັ້ນ​ຫຼັງ​ເຂົ້າເມືອງ​ປະ​ເທດ​ໄທ​ແລ້ວ​ສາ​ມາດ​ຍົກ​ເລີກ​ການກວດນິວ​ຄຼີ​ອິກ​ໄດ້,ພຽງ​ແຕ່​ຕ້ອງ​ຮັບການກວດ​ກາ​​ພູມ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ໄວ​ເທື່ອ​ໜຶ່ງ​ຢູ່​ໂຮງ​ແຮມ​ເທົ່າ​ນັ້ນ,ຖ້າ​ຜົນ​ເປັນ​ລົບ​ກໍ່​ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ​ໃນ​ຄືນ​ທຳ​ອິດ​ຢູ່​ໂຮງ​ແຮມ​ແລ້ວ. ນອກ​ນີ້, ນັກ​ທ່ອງ​ທ່ຽວ​ຕ້ອງ​ສະ​ໜອງ​ຜົນ​ການກວດ​ຫາ​ນິວ​ຄຼີ​ອິກ​ທີ່​ເປັນ​ລົບ​ໃນ​ເວ​ລາ 72 ຊົ່ວ​ໂມງ​ກ່ອນ​ຂຶ້ນ​ຍົນ,ພ້ອມ​ທັງ​ຊື້​ຄ່າ​ປະ​ກັນ​ໄພ​ທີ່​ເປັນ​ເງິນ​ຕ່ຳ​ສຸດ 50 ພັນ​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0