黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຟ​ຣິ​ກາ​ໃຕ້ໄດ້​ກວດ​ພົບເຊື້ອ​ພະ​ຍາດ​ໂຄວິດ-19 ​ສາຍ​ພັນ​ໃໝ່

2021-11-27 16:14:47 cri

ວັນ​ທີ 25 ພະ​ຈິກ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ພະ​ຍາດ​ຕິດ​ແປດ​ແຫ່ງ​ຊາດ​ອາ​ຟ​ຣິ​ກາ​ໃຕ້​ຫຼື NICD ໄດ້​ອອກ​ຖະ​ແຫຼງ​ການວ່າ: ປັດ​ຈຸ​ບັນ​ໄດ້​ກວ​ດ​ພົບເຊື້ອ​ພະ​ຍາດ​ໂຄວິດ-19 ​ສາຍ​ພັນ​ໃໝ່ B.1.1.529 ຢູ່​ອາ​ຟ​ຣິ​ກາ​ໃຕ້. ໂດຍ​ຜ່ານ​ການກວດ​ກາ​ເຊື້ອ​​ສືບພັນ​ຈາກ NICD ແລະ​ຜ່ານ​ການ​ກວດ​ກາ​ສ່ວນ​ຕົວ​ຈາກ​ຫ້ອງ​ທົດ​ລອງສ່ວນ​ຕົວແລ້ວ, ປັດ​ຈຸ​ບັນ​ໄດ້​ກວດ​ພົບເຊື້ອ​ພະ​ຍາດ​​ສາຍ​ພັນ​ດັ່ງ​ກ່າວ​ໃນ​ຄົນ​ເຈັບ 22 ຄົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19.
NICD ກ່າວ​ເຕືອນ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຍ້ອນ​ເຊື້ອ​ພະ​ຍາດ​​ສາຍ​ພັນ​ໃໝ່​ແລະ​​​ຜູ້​ມີຜົນ​ກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19ເປັນ​ຜົນບວກ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ຜູ້​ຊ່ຽວ​ຊານ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ​ສາຍ​ພັນ​ໃໝ່​ໄດ້​ເຮັດ​ໃຫ້​ອາ​ຟ​ຣິ​ກາ​ໃຕ້​ເອົາ​ໃຈ​ໃສ່​ນຳ​ຢ່າງ​ສູງ, ຍ້ອນ​ເປັນ​ຫ່ວງວ່າ​ເຊື້ອ​ພະ​ຍາດ​ສາຍ​ພັນ​ດັ່ງ​ກ່າວ​ມີ​ການ​ກາຍ​ພັນ​ໃໝ່​ຫຼາຍ​ຢ່າງ.
ວັນ​ທີ 26 ພະ​ຈິກ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, NICD ໄດ້​ຈັດ​ກອງ​ປະ​ຊຸມ​ດ່ວນ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່ຽວ​ກັບ​ເລື່ອງ​ນີ້​.

ຄຳ​ເຫັນ

0