何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີກະຊວງການຕ່າງປະເທດຈີນສົ່ງໂທລະເລກຊົມເຊີຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດລາວ

2021-12-02 11:17:36 CRI

     

ລັດຖະມົນຕີກະຊວງການຕ່າງປະເທດຈີນສົ່ງໂທລະເລກຊົມເຊີຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດລາວ_fororder_rBABDGGngDiAbb5jAAAAAAAAAAA16.550x368

ໃນວັນທີ 1 ທັນວາ 2021 ນີ້, ທ່ານຫວັງ ອີ້ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ​ໄດ້​ສົ່ງໂທລະເລກຊົມເຊີຍ ໃຫ້​ທ່ານສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

 

ເນື້ອໃນໂທລະເລກລະບຸໄວ້ວ່າ: ເນື່ອງໃນໂອກາດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ສ້າງຕັ້ງຄົບຮອບ 46 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ສະຫາຍ ຢ່າງອົບອຸ່ນ. ນັບຕັ້ງແຕ່ປີນີ້, ຖືໂອກາດການສ້າງຕັ້ງສາຍພົວພັນ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ຈີນ-ລາວ, ສອງປະເທດ ສືບຕໍ່ລົງເລິກການໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ດ້ານຍຸດທະສາດ, ລົງເລິກການຮ່ວມມືແທດຕົວຈິງ, ສືບຕໍ່ປະສານສົມທົບແໜ້ນແຟ້ນໃນກິດຈະກຳສາກົນ ແລະ ພາກພື້ນ, ຊຸກຍູ້ສາຍພົວພັນສອງຝ່າຍກ້າວເຂົ້າສູ່ລະດັບໃໝ່.

 

ຂ້າພະເຈົ້າຍິນດີຮ່ວມກັບສະຫາຍ ຖືຄວາມເຫັນສຳຄັນຂອງການນຳສູງສຸດ ສອງພັກສອງລັດ ເປັນບ່ອນອີງ, ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລະຫວ່າງ ຈີນ-ລາວ ຢ່າງຕໍ່ເນື່ອງ.

 

ຂໍອວຍພອນໃຫ້ປະເທດລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນ ຈົ່ງມີຄວາມຜາສຸກ.

ຄຳ​ເຫັນ

0