吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນຕຳ​ໜິ​ອັນ​ທີ່​ເອີ້ນ​ວ່າ “ປະຊາທິປະໄຕແບບ​ອາ​ເມ​ຣິ​ກາ”

2021-12-03 19:30:59 cri

图片默认标题_fororder_外交部

    ວັນ​ທີ 3 ທັນ​ວາ​ນີ້, ຢູ່ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ມີ​ນັກ​ຂ່າວ​ໄດ້​ຖາມ​ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ວ່າ: ວັນ​ທີ 1 ທັນ​ວາ​ນີ້, ໂຮງ​ຮຽນ​ຈອນ ເອ​ຟ ເຄັນ​ນາ​ດີຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຮາ​ເວີດ​ໄດ້ປະ​ກາດ​ຜົນ​ການ​ຢັ່ງ​ຫາ​ງສຽງ​ໃນ​ກຸ່ມ​ຄົນ​ອາ​ຍຸ​ແຕ່ 18-29 ປີສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຊາວ​ໜຸ່ມ 52%ເຫັນ​ວ່າ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ລາ​ໄຊ​ ຫລື​ຕົກ​ຢູ່​ໃນສະ​ພາບ​ຫຍຸ້ງ​ຍາກ, ຊາວ​ໜຸ່ມ​ພຽງ​ແຕ່ 7%ເຫັນ​ວ່າ​ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ປອດ​ໃສ. ພາກ​ສ່ວນ​ທີ່​​ເຮັດ​ການ​ຢັ່ງ​ຫາ​ງ​ສຽງ​ກ່າວ​ວ່າ: ຊາວ​ໜຸ່ມ​ອາ​ເມ​ຣິ​ກາ​ພວມ​ຕີ​ລະ​ຄັງ​ຕັກ​ເຕືອນ​, ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່ກັບ​ເລື່ອງ​ນີ້.

    ທ່ານ​ຈ້າ​ວ​ລີ້​ຈ່ຽນ​ກ່າ​ວ​ວ່າ: ພວກ​ເຮົາ​ໄດ້​ຕິດ​ຕາ​ມ​ການ​ລາຍ​ງານ​ຂ່າວ​ທີ່​ກ່ຽວ​ຂ້ອງ​ແລ້ວ. ການ​ຢັ່ງ​ຫາງ​ສຽງທີ່​ກ່ຽວ​ຂ້ອງ​ໃນ​ກ່ອນ​ໜ້າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​​ທົ່ວ​ໂລກ 44% ເຫັນ​ວ່າ​ອາ​ເມ​ຣິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ອັນ​ໃຫຍ່​ຫລວງ​ຕໍ່​ກັບ​ປະ​ຊາ​ທິ​ປະ​ໄຕ​​ຂອງ​ໂລກ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 81%ເຫັນ​ວ່າປະ​ຊາ​ທິ​ປະ​ໄຕ​​ຂອງ​ອາ​ເມ​ຣິ​ກາ​​ໄດ້ຜະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ອັນ​ໜັກ​ໜ່ວງ​ຈາກ​ພາຍ​ໃນ​ປະ​ເທດ​​ຕົນ​, ເຊິ່ງ​​ເປັນ​ການ​ສະ​ທ້ອນ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: ປະ​ຊາ​ທິ​ປະ​ໄຕ​​ຂອງອາ​ເມ​ຣິ​ກາ​ທີ່​​ປະ​ຊາ​ຊົນ​​ບໍ່​ສັດ​ທາ​ນັ້ນ​ກໍນັ້ນ​ເໝືອນ​ດັ່ງ​ນ້ຳ​ທີ່​ບໍ່​ມີ​ແຫລ່ງ​ກຳ​ເນີດ, ຕົ້ນ​ໄມ້​ທີ່​ບໍ່​ມີ​​ຮາກ​ແລ້ວ.  ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ແມ່ນ​ລະ​ຄອນ​ທີ່​ຫລອກ​ລວງ​ປະ​ຊາ​ຊົນ​​ພາຍ​ໃນ​ປະ​ເທດ​ຕົນ, ເປັນ​ເຄື່ອງ​ມື​ໃນ​ການ​ເຜີຍ​ແຜ່​ນະ​ໂຍ​ບາຍ​ລັດ​ທິ​ເຈົ້າ​ອຳ​ນາດ​ສູ່​ຕ່າງ​ປ​ະ​ເທດ.  ເຫດ​ການ​ຄວາມ​ຮຸນ​ແຮງ​​ຢູ່​ລັດ​ຖະສະ​ພາ​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້​ຕຳ​ນານ​ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາພັງທະ​ລາຍ, ກາ​ນ​ຜະ​ເຊີນ​ກັບ​ຄວາມ​ຫ​ລົ້ມ​ເຫລວ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ອີ​ກ​ຄັ້ງ​ໜຶ່ງວ່າ​: ​ການ​ບັງ​ຄັບ​​ໃຫ້​ປະ​ເທດ​ອື່ນຍອມ​ຮັບປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​​ແມ່ນ​ບໍ່​ໄດ້​ຜົນ​ຫຍັງ​ເລີຍ.

ຄຳ​ເຫັນ

0