吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີການຕ່າງປະເທດຂອງສປຈີນ ແລະ ສປປລາວພົບປະກັນທາງວິດີໂອ

2021-12-04 13:03:39 CRI

ລັດຖະມົນຕີການຕ່າງປະເທດຂອງສປຈີນ ແລະ ສປປລາວພົບປະກັນທາງວິດີໂອ_fororder_webwxgetmsgimg

    ວັນທີ 3 ທັນວານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວດ້ວຍຮູບແບບທາງວິດີໂອ.


     ທ່ານວາງຢີ້ກ່າວວ່າ, ວັນນີ້ເປັນວັນທີ່ສຳຄັນ ແລະ ວັນດີສຳລັບການພົວພັນຈີນ-ລາວ. ທ່ານເລຂາທິການໃຫຍ່ ປະທານປະເທດສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດໄດ້ພົບປະກັນທາງວິດີໂອຢ່າງສຳເລັດຜົນ ແລະ ຮ່ວມເປັນສັກຂີພິຍານໃຫ້ກັບພິທີເປີດການນຳໃຊ້ທາງລົດໄຟຈີນ-ລາວ. ເນື່ອງໃນໂອກາດທີ່ສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ ແລະ ປີມິຕະພາບຈີນ-ລາວນີ້, ຜູ້ນຳສູງສຸດຂອງສອງພັກສອງລັດໄດ້ແລກປ່ຽນກັນທາງຍຸດທະສາດແມ່ນມີຄວາມໝາຍສຳຄັນ ແລະ ຈະສ້າງຜົນສະທ້ອນຢ່າງເລິກເຊິ່ງຍາວໄກ, ຈະເພິ່ມພະລັງແຮງເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ພວກຂ້າພະເຈົ້າຕ້ອງຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະສັນກັນທີ່ສຳຄັນລະຫວ່າງຜູ້ນຳສອງປະເທດ ຊຸກຍູ້ການພົວພັນຈີນ-ລາວໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ, ສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດໃຫ້ດີກວ່າເກົ່າ.

    ທ່ານວາງຢີ້ກ່າວວ່າ, ສອງຝ່າຍຕ້ອງພະຍາຍາມຊຸກຍູ້ໃຫ້ຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່, ເຮັດໃຫ້ການພ້ອມກັນໍ່ສ້າງສາ “ໜຶ່ງແລວໜຶ່ງເສັ້ນທາງ” ຂຶ້ນສູ່ຂັ້ນໄດໃໝ່ ແລະ ເຮັດໃຫ້ການແລກປ່ຽນດ້ານວັດທະນະທຳໄດ້ຮັບໝາກຜົນໃໝ່. ໜຶ່ງແມ່ນ ຮັກສາການແລກປ່ຽນທາງຍຸດລະສາດຂອງຂັ້ນສູງ, ເພີ່ມທະວີການແລກປ່ຽນບົດຮຽນໃນດ້ານການບໍລິຫານປະເທດພ້ອມກັນຍົກສູງຄວາມສາມາດ ແລະ ລະດັບການບໍລິຫານປະເທດ, ຮັກສາຄວາມໝັ້ນຄົງທາງການເມືອງ ແລະ ລະບອບຂອງປະເທດຕົນ. ສອງແມ່ນ ຮ່ວມກັນຮັບປະກັນການດຳເນີນງານ ແລະ ຄວາມປອດໄພຂອງທາງລົດໄຟຈີນ-ລາວ, ເພີ່ມທະວີການພັດທະນາແບບສັງລວມຢູ່ເຂດລຽບທາງລົດໄຟ, ເຮັດໃຫ້ສອງເລື່ອງດັ່ງກ່າວນີ້ຕ່າງຊ່ວຍຍູຍູ້ໜູນກັນເປັນຢ່າງດີ, ພ້ອມທັງຊຸກຍູ້ “ການເຊື່ອມຕໍ່ດ້າ່ນຮັດແວ” ແລະ “ການເຊື່ອມຕໍ່ດ້ານຊອຟແວ”, ເພື່ອເສີມຂະຫຍາຍບົດບາດທາງເສດຖະກິດສັງຄົມໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ສາມແມ່ນ ຈັດແຜນຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ວຽກງານຊາວໜຸ່ມ, ວັດທະນະທຳ ແລະ ທ້ອງຖິ່ນຂອງສອງປະເທດ,ເຮັດໃຫ້ນ້ຳໃຈຄູ່ຮ່ວມຊາຕາກຳຈີນ-ລາວເຂົ້າເຖິງຈິດໃຈປະຊາຊົນຢ່າງເລິກເຊິ່ງ ແລະ ເຮັດໃຫ້ມິດຕະພາບຈີນ-ລາວມີພື້ນຖານທາງສັງຄົມ ແລະ ພື້ນຖານປະຊາຊົນທີ່ໜັກແໜ້ນກວ່າເກົ່າ.

     ທ່ານສະເຫຼີມໄຊ ກົມສະສິດກ່າວວ່າ, ລາວຮູ້ສຶກມີກຳລັງໃຈຂຶ້ນຕື່ມຕການນຳສູງສຸດຂອງສອງພັກສອງລັດໄດ້ພົບປະກັນຢ່າງສຳເລັດຜົນ ແລະ ຮູ້ສຶກພາກພູມໃຈທີີ່ສຸດຕໍ່ທາງລົດໄຟລາວ-ຈີນເລີ່ມເປີດບໍລິການໃນໂອກາດວັນຊາດລາວ. ນີ້ແມ່ນຂອງຂວັນລ້ຳຄ່າທີ່ສຸດທີ່ປະຊາຊົນຈີນມອບໃຫ້ປະຊາຊົນລາວ, ເຮັດໃຫ້ຄວາມຝັນຂອງລາວທີ່ີມີມາແຕ່ດົນນານໄດ້ບັນລຸເປັນຈິງ. ລາວຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ຈີນທີ່ໄດ້ສະໜັບສະໜູນລາວຢ່າງແຂງແຮງໃນການຕໍ່ຕ້ານພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ. ປະເທດລາວ ແລະ ປະເທດຈີນແມ່ນປະເທດສັງຄົມນິຍົມ, ລາວເຫັນດີເຫັນພ້ອມກ່ຽວກັບໃຫ້ສອງຝ່າຍຄວນເພີ່ມທະວີການແລກປ່ຽນທາງຍຸດທະສາດ, ຮັກສາຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເດັດດ່ຽວຄັດຄ້ານການແຊກແຊງຂອງອິດທິກຳລັງພາຍນອກ. ລາວຍິນດີລົງເລິກການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນໄດ້ຮັບໝາກຜົນອັນອຸດົມສົມບູນ. ລາວສະໜັບສະໜູນຈີນຈັດງານກິລາໂອລິມປິກລະດູໜາວປັກກິ່ງຢ່າງສຳເລັດຜົນ, ອວຍພອນໃຫ້ນັກກິລາຈີນໄດ້ຮັບຜົນງານທີ່ດີງາມ.


    ສອງຝ່າຍເຫັນດີ ຕ້ອງເສີມຂະຫຍາຍບົດບາດອັນຕັ້ງໜ້າ ແລະ ນຳໜ້າໃນດ້ານການເຊື່ອມຈອດກັບພາກພື້ນຂອງທາງລົດໄຟຈີນ-ລາວໍ, ຊຸກຍູ້ໃຫ້ການພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກ້າວຂຶ້ນສູ່ລະດັບໃໝ່ໃນພາກພື້ນ ແລະ ເພີ່ມທະວີການປະສານງານ ແລະ ການຮ່ວມມືກັນໃນການຈັດຕັ້ງປະຕິບັດຜົນງານຂອງກອງປະຊຸມຜູ້ນຳໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຄຳ​ເຫັນ

0