郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ​ທຳ​ອິດຕາມທາງລົດ​ໄຟຈີນ-ລາວ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ສ​ປ​ປ​ລາວ

2021-12-05 14:39:36 cri

ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ​ທຳ​ອິດຕາມທາງລົດ​ໄຟຈີນ-ລາວ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ສ​ປ​ປ​ລາວ_fororder_544408610

​​ ​ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ21051ທີ່​ເປັນຖ້ຽວ​ທຳ​ອິດຕາມທາງລົດ​ໄຟຈີນ-ລາວ​​ທີ່​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນມິງ ​ໄດ້​ເດີນ​ທາງ​ໄປ​ຮອດນະ​ຄອນ​ຫຼວງວຽງ​ຈັນ​ສ​ປ​ປ​ລາວ ໃນ​ເວ​ລາ23:11​ໂມງຂອງວັນ​ທີ4ທັນ​ວານີ້​ຕາມ​ເວ​ລາ​ວຽງ​ຈັນ. ຂະ​ນະ​ດຽວ​ກັນ ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຖ້ຽວ21052ທີ່​ເປັນຖ້ຽວ​ທຳ​ອິດທີ່​ອອກ​ເດີນ​ທາງ​ຈາກນະ​ຄອນ​ຫຼວງວຽງ​ຈັນ​ໃນ​ວັນ​ທີ3ທັນ​ວານີ້ ​ ​ກໍ່ໄດ້​ເດີນ​ທາງ​ໄປ​ຮອດ​​ສະ​ຖາ​ນີບໍ່​ຫານ​ຂອງ​ຈີນໃນ​ເວລາ13:01​ໂມງຂອງວັນ​ທີ4ທັນ​ວານີ້, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​​ບັນ​ລຸການ​ຂົນ​ສົ່ງ​ຂ້າມ​ຊາດ​ຢ່າງ​ເປັນ​ທາງ​ການ.

ໃນ​ໄລ​ຍະ​ຕົ້ນ​ທີ່​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ,ພາກ​ສ່ວນທາງ​ລົດ​ໄຟ​ຂອງ​ຈີນ​ແລະ​ລາວ​ໄດ້​ວາງ​ແຜນ​ການ​ແລ່ນ​ລົດ ພາຍ​ໃ​ຕ້​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ -19 ຄື​ລະ​ຫວ່າງ​ສະ​ຖາ​ນີຄຸ​ນ​​ມິງ​ແລະສະ​ຖາ​ນີ​ນະ​ຄອນ​ຫຼວງວຽງ​ຈັນ​ໃຕ້,ແຕ່​ລະ​ມື້​ມີ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ2ຖ້ຽວ.

ການ​ແລ່ນ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຕາມທາງລົດ​ໄຟຈີນ-ລາວຕະ​ຫຼອດ​ສາຍ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່​30ຊົ່ວ​ໂມງ​ເທົ່າ​ນັ້ນ ເຊິ່ງ​ໄວ​ຫຼາຍ​ກວ່າ​ເວ​ລາ​ຂົນ​ສົ່ງຕາມ​ທາງ​ຫຼວງ​ທີ່​ຢ່າງ​ໜ້ອຍ​ຕ້ອງ​ການ 48 ຊົ່ວ​ໂມງໃນ​ປັດ​ຈຸ​ບັນ. ການຂົນ​ສົ່ງ​​ຂ້າມ​ຊາດທີ່ໃຊ້​ທຶນຕ່ຳ​ແ​ຕ່​ມີ​ຄວາມ​ໄວ​ຫຼາຍກວ່າ​ນັ້ນ, ໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ຫຼາຍ​ຊະ​ນິດ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີ​ນ-​ລາວ.

ຄຳ​ເຫັນ

0