秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດໄດ້ໄປຮອດນະຄອນຄຸນໝິງຂອງຈີນແລ້ວ

2021-12-06 15:58:20 cri

ໂດຍຜ່ານ​ການ​​ແລ່ນ​ລົດ​ໃນ​ໄລ​ຍະ​ທາງ 1.035 ກິ​ໂລ​ແມັດ, ຂະ​ບວນລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລາວ-ຈີນ​ຖ້ຽວ​ທຳ​ອິດ​ ທີ່​​ອອກ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລ​າວ ໄດ້​ຂົນ​ສົ່ງຢາງ​ພາ​ລາ ແລະ​ສິນ​ຄ້າ​ອື່ນໆ ໄປ​ຮອດ​ສະ​ຖາ​ນີ​ລົດ​ໄຟ​ຫວາງ​ເຈ່ຍ​ຢີງ​ຂອງ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ​ແລ້ວ​ ໃນ​ຕອນຄ່ຳ​ວັນ​ທີ 5 ທັນ​ວາ​ນີ້. ​ໃນ​ເວ​ລາ 10 ໂມງ 30 ນາ​ທີ​ຂອງຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ​ນີ້, ກຸ່ມ​ບໍ​ລິ​ສັດ​ຢຸນ​ນານ​ນົງ​ເຂີນ ໄດ້​ຈັດ​ພິ​ທີ​ມອບ​-ຮັບ​ຢາ​ງພາ​ລາ​ຂອງຂະ​ບວນລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລາວ-ຈີນ​ຖ້ຽວ​ທຳ​ອິດ (ນະ​ຄອນຫຼວງວຽງ​ຈັນ-ນະ​ຄອນ​ຄຸນ​ໝິງ) ຢູ່​ສະ​ຖາ​ນີ​ລົດ​ໄຟ​ດັ່ງ​ກ່າວ.

ຕາມ​ຂ່າວ​ແຈ້ງວ່າ: ຢາງ​ພາລາ​ໃນຂະ​ບວນ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າລາວ-ຈີນ​ຖ້ຽວ​ນີ້ ມີ​ມູນ​ຄ່າ 10 ລ້ານຢວນ, ເປັນ​ໜຶ່ງ​ໃນ​ຜະ​ລິດ​ຕະ​ພັນ​ຕ່າງໆທີ່ກຸ່ມ​ບໍ​ລິ​ສັດ​ຢຸນ​ນານ​ນົງ​ເຂີນ​ໄດ້​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ລາວ​ໃນ​ດ້ານ​ຢາງ​ພາ​ລາ ແລະ​ດໍ​າ​ເນີນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ສັງ​ລວມ.

ຄຳ​ເຫັນ

0