徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ເພື່ອໃຫ້ໂລກແບ່ງປັນໂອກາດໃໝ່ດ້ານການພັດທະນາຂອງຈີນ

2021-12-07 16:51:04 cri

ຈີນຈະສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ເພື່ອໃຫ້ໂລກແບ່ງປັນໂອກາດໃໝ່ດ້ານການພັດທະນາຂອງຈີນ_fororder_WechatIMG140

 

ຕາມຂ່າວCRI: ຕອນຄ່ຳວັນທີ 8 ທັນວານີ້, ຢູ່ນະຄອນຫຼວງປັກກິ່ງທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນໄດ້ກ່າວໃນເວລາຈັດກອງປະຊຸມໂຕະມົນທາງອ໋ອນລາຍ “1+6” ຄັ້ງທີ 6 ກັບຜູ້ຮັບຜິດຊອບອົງກອນເສດຖະກິດສາກົນຕົ້ນຕໍວ່າ: ເສດຖະກິດຈີນໄດ້ເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງ, ຈີນຈະເປີດປະຕູໃຫ້ກວ້າງກວ່າເກົ່າເພື່ອເປີດປະຕູສູ່ພາຍນອກໃນລະດັບສູງແລະແບ່ງປັນໂອກາດການພັດທະນາຂອງຈີນໃຫ້ກັບໂລກ.

 

ທ່ານຫຼີເຄີ້ສຽງໄດ້ຊີ້ອອກວ່າ:​ ປີນີ້ແມ່ນປີທີ່ຈີນໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກຫຼື WTO ຄົບຮອບ 20 ປີ. ຕະຫຼອດໄລຍະ 20 ປີທີ່ຜ່ານມາ, ພວກເຮົາໄດ້ເຄົາລົບແລະປະຕິບັດຕາມກົດລະບຽບອົງການ WTO ຢ່າງເຂັ້ມງວດ, ໄດ້ຕັ້ງໜ້າປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ໄດ້ພັດທະນາຕົນເອງ, ທັງໄດ້ມີສ້າງຜົນປະໂຫຍດໃຫ້ກັບທົ່ວໂລກ. ​ຈີນຈະຍຶດໝັ້ນການພັດທະນາດ້ວຍການນຳເຂົ້າແລະສົ່ງອອກຢ່າງດຸນດ່ຽງກັນເຊິ່ງ​ຂະໜາດການນຳເຂົ້າໄດ້ເພີ່ມຂຶ້ນຄູ່ລະປີ,​ໄດ້ກາຍເປັນຕະຫຼາດການນຳເຂົ້າໃຫຍ່ອັນດັບ 2 ຂອງໂລກເປັນເວລາ 12 ປີລຽນຕິດ. ຈີນໄດ້ໂຍະຍານນະໂຍບາຍການອະນຸມັດໃຫ້ເຂົ້າເຖິງຕະຫຼາດສຳລັບການລົງທຶນຂອງຕ່າງປະເທດເທດຢ່າງຕໍ່ເນື່ອງ. ພວກເຮົາໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືເສດຖະກິດພາກພື້ນ, ໄດ້ຊຸກຍູ້ໃຫ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນຫຼື RCEP ຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022. ພວກເຮົາຍັງຈະສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ,​ເພື່ອແບ່ງປັນໂອກາແຫ່ງການພັດທະນາຂອງຈີນໃຫ້ກັບທົ່ວໂລກ.

 

ຄຳ​ເຫັນ

0