李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຍ້ອງ​ຍໍ​ຊ່ອງໂອ​ລິມ​ປິກ​ຂອງCMG ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​​ອັນໃຫຍ່​ຫຼວງ​

2021-12-09 11:09:48 cri

ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຍ້ອງ​ຍໍ​ຊ່ອງໂອ​ລິມ​ປິກ​ຂອງCMG ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​​ອັນໃຫຍ່​ຫຼວງ​_fororder_src=http___pic.cyol.com_img_20211027_img_96013f240ab5d50b93b7be101cd9842f47b5.png&refer=http___pic.cyol

ຫວ່າງ​ມໍ່ໆ​ນີ້, ທ່ານໂທ​ມັ​ສ໌ ບັກ ປະ​ທານ​ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​​ສາ​ກົນ​​ໄດ້ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ເຊີ້ນ​ຫາຍ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່ທັງ​ເປັນຫົວ​ໜ້າ​ບັນ​ນາ​ທິ​ການ​ສະ​ຖາ​ນີ​​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG, ໃນ​ຈົດ​ໝາຍ, ທ່ານ​ໄດ້​ຍ້ອງ​ຍໍ​​ຊ່ອງໂອ​ລິມ​ປິກ​ຂອງ CCTV ທີ່​ຂຶ້ນ​ກັບ CMG ​ວ່າ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​​ອັນໃຫຍ່​ຫຼວງ, ​ທ່ານ​ສະ​ແດງ​ຄວາມຂອບ​ໃຈ​ນຳ​ CMG ທີ່​ໄດ້​​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິມ​ປິກ.

ໃນ​ຈົດ​ໝາຍ​ຂອງທ່ານ​​ບັກ​ ໄດ້​ລະ​ບຸ​ວ່າ: ທ່ານດີ​ໃຈ​​ທີ່​ສຸດ​ທີ່​ໄດ້​ຊາບ​ວ່າ, ຊ່ອງ​ໂອ​ລິມ​ປິກ​ຂອງ CMG ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ຜູ້​ຊົມ​ຊາວ​ຈີນ, ແລະ​​ປະ​ສົບ​ຜົນ​ສຳ​ເລັດ​​ອັນໃຫຍ່​ຫຼວງ. CMG ​ໄດ້ເປີດ​ຊ່ອງ​ໂອ​ລິມ​ປິກກ່ອນ​​ເວ​ລາຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ໄດ້​ສຸມຄວາມ​ພະ​ຍາ​ຍາມ​ໃນ​ຫຼາຍ​ດ້ານ​ເພື່ອ​ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິມ​ປິກ, ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ. ຫຼັງ​ຈາກ​ໄດ້​ຊາບ​ວ່າ, CMG ກຳ​ລັງ​ວາງ​ແຜນ​ຈັດ​ກິດ​ຈະ​ກຳ​ຕ່າງໆ ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຈີນ, ເພື່ອ​ສ້າງ​ບັນ​ຍາ​ກາດ​ໃຫ້​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ມີ​ຄວາມ​ຍິນ​ດີແລະ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ເລື່ອງ​ນີ້.

ຄຳ​ເຫັນ

0