徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ຕິດເຊື້ອໂອມິຄຣອນຢູ່ອັງກິດເພີ່ມຂຶ້ນຢ່າງວ່ອງໄວ ນາຍົກອັງກິດຈຳເປັນຕ້ອງປະກາດ “ແຜນການ B” ເພື່ອຮັບມືກັບສະພາບພະຍາດ

2021-12-09 14:54:53 cri

ຈຳນວນຜູ້ຕິດເຊື້ອໂອມິຄຣອນຢູ່ອັງກິດເພີ່ມຂຶ້ນຢ່າງວ່ອງໄວ ນາຍົກອັງກິດຈຳເປັນຕ້ອງປະກາດ “ແຜນການ B” ເພື່ອຮັບມືກັບສະພາບພະຍາດ_fororder_WechatIMG87

 

ຕາມຂ່າວCRI: ວັນທີ 8 ທັນວານີ້ຕາມເວລາທ້ອງຖິ່ນ,​ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນຢູ່ອັງກິດໄດ້ເພີ່ມຂຶ້ນເປັນ 568 ຄົນ. ໃນຕອນຄ່ຳມື້ດຽວກັນ, ທ່ານໂບຣີສ ຈອນສັນ, ນາຍົກລັດຖະມົນຕີອັງກິດໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານໄດ້ປະກາດວ່າຈະເລີ່ມປະຕິບັດມາດຕະການປ້ອງກັນແລະຄວບຄຸມພະຍາດ “ແຜນການ B” ຄືເຮັດວຽກຢູ່ບ້ານ, ບັງຄັບໃຫ້ໃສ່ຜ້າອັດປາກແລະມາດຕະການອື່ນໆ.

 

ໃນເດືອນກັນຍາປີນີີ້,​ລັດຖະບານອັງກິດໄດ້ປະກາດແຜນການປ້ອງກັນແລະຄວບຄຸມໃນລະດູໃບໄມ້ຫຼົ່ນແລະລະດູໜາວ. ໃນນັ້ນ, “ແຜນການ A” ໃຫ້ຖືເອົາການສັກວັກຊີນເປັນມາດຕະການປ້ອງກັນທຳອິດ; “ແຜນການ B” ລວມທັງການເຕືອນໃຫ້ມວນຊົນມີຄວາມລະມັດລະວັງໃນການຈັດກິດຈະກຳເຊັ່ນ: ຢູ່ຮ້ານບັນເທິງແລະສະຖານທີ່ຈັດກິດຈະກຳຂະ

ໜາດໃຫຍ່ຄວນມີ. “ໃບຢ້ັງຢືນການສັກວັກຊີນ” ແລະມາດຕະການທີ່ເຂ້ັມງວດອື່ນໆ, ເພື່ອປ້ອງກັນບໍ່ໃຫ້ລະບົບການບໍລິການສາທາລະນະສຸກຂອງປະເທດໄປເຖິງຂັ້ນທີ່ບໍ່ສາມາດຮັບມືກັບສະພາບທີ່ໜັກໜ່ວງໄດ້.

ຄຳ​ເຫັນ

0