徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວາງຢີ້ກ່າວຄຳປາໄສຕໍ່ກອງປະຊຸມສາກົນກ່ຽວກັບການສ້າງສາພັດທະນາເນປານຄືນໃໝ່ທາງອອນລາຍ

2021-12-09 14:37:25 cri

ທ່ານຫວາງຢີ້ກ່າວຄຳປາໄສຕໍ່ກອງປະຊຸມສາກົນກ່ຽວກັບການສ້າງສາພັດທະນາເນປານຄືນໃໝ່ທາງອອນລາຍ_fororder_WechatIMG141

 

ຕາມຂ່າວCRI: ວັນທີ 8 ທັນວານີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສຕໍ່ກອງປະຊຸມສາກົນກ່ຽວກັບການສ້າງສາພັດທະນາເນປານຄືນໃໝ່ໃນຫົວຂໍ້ວ່າ:  “ຊ່ວຍຊູຍູ້ໜູນກັນ ຮ່ວມຊາຕາກຳແລະ ສ້າງອະນາຄົດອັນດີງາມຮ່ວມກັນ”.

 

ທ່ານຫວາງຢີ້ກ່າວວ່າ: 6 ປີກ່ອນ, ຢູ່ປະເທດເນປານໄດ້ເກີດມີໄພແຜ່ນດິນໄຫວຂະໜາດໃຫຍ່ທີ່ບໍ່ເຄີຍພົບເຫັນມາກ່ອນ, ເຊິ່ງເຮັດໃຫ້ປະຊາຊົນທ້ອງຖິ່ນໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ໃນຖານະເປັນເພື່ອນມິດທີ່ຈິງໃຈຂອງເນປານ, ຈີນຈະຮ່ວມມືກັບປະຊາຊົນເນປານຢ່າງ

ໝັ້ນໜຽວຕະຫຼອດໄປໃນຂະບວນການສ້າງສາພັດທະນາເນປານຄືນໃໝ່, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ແລະຈະໄດ້ຮັບປະສິດທິຜົນຢ່າງຕັ້ງໜ້າ. ໃນປີ 2019, ທ່ານປະທານ

ສີຈິ້ນຜີງໄດ້ເດີນທາງໄປຢ້ຽມຢາມເນປານທີ່ມີລັກສະນະປະຫວັດສາດ,ແລະໄດ້ ປະກາດວ່າ: ຈະໃຫ້ການຊ່ວຍເຫຼືອແກ່ເນປານຢ່າງເປັນລະບົບຕື່ມອີກ,​ ເພື່ອສ້າງກຳລັງແຮງທີ່ເຂັ້ມແຂງກວ່າເກົ່າໃຫ້ກັບການສ້າງສາພັດທະນາເນປານຄືນໃໝ່.

 

ທ່ານຫວາງຢີ້ກ່າວວ່າ, ຈີນຈະເປັນປະເທດບ້ານໃກ້ເຮືອນຄຽງທີ່ດີບົນຈິດໃຈມິດຕະພາບທີ່ຊ່ວຍເຫຼືອເຊິ່ງກັນແລະກັນ, ແລະເປັນຄູ່ຮ່ວມມືດ້ານການພັດທະນາທີ່ມີຮ່ວມຊາຕາກຳກັບເນປານຢ່າງສະເໝີຕົ້ນສະເໝີປາຍ, ຮ່ວມກັນຕ້ານກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູເສດຖະກິດຄືນໃໝ່, ດຳເນີນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຄູ່ຮ່ວມຊາຕາກຳຈີນ-ເນປານທີ່ແໜ້ນແຟ້ນກວ່າເກົ່າ.

ຄຳ​ເຫັນ

0