秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນເພີ່ມຈຳນວນຖ້ຽວໃຫ້ບໍລິການ

2021-12-09 16:34:28 cri

ທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນເພີ່ມຈຳນວນຖ້ຽວໃຫ້ບໍລິການ_fororder_a8480b1990277d1e6c84d25e09d5e97

ຕາມ​ຂໍ້​ມູນ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ທາງ​ລົດ​ໄຟ​ລ​າວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ​ນີ້​ເປັນ​ຕົ້ນ​ມາ, ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ຈີນ ໄດ້​ໃຫ້​ບໍ​ລິ​ການ​ຜູ້​ໂດຍ​ສານ​ລວມ​ທັງ​ໝົດ 114.000 ເທື່ອ​ຄົ​ນ, ສະ​ເລ່ຍ​ແລ້ວໄດ້​ໃຫ້​ບໍລິ​ການ​ຜູ້​ໂດຍ​ສານ ຫຼາຍກວ່າ 20.000 ຄົນ​ຕໍ່​ມື້.

ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດຍ​ສານ, ​ນັບ​ແຕ່​ວັນ​ທີ 9 ທັນ​ວາ​ນີ້​ເປັນ​ຕົ້​ນ​ໄປ, ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ສາ​ຂາ​ຄຸນ​ໝິງໄດ້​ເພີ່ມ​ຈຳ​ນວນ​ຖ້ຽວ​​​​ໃຫ້​ບໍ​ລິ​ການຢູ່​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ຈີນ ເຊິ່ງ​ຈະ​ເພີ່ມ​ຂຶ້ນ​ຈາກ 17,5 ຖ້ຽວ​ໄປ​-ກັບ ເປັນ 25,5 ຖ້ຽວໄປ​ກັບ.

ຄຳ​ເຫັນ

0