李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-12-10 16:22:54 cri

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_1337237428

ວັນ​ທີ 9 ທັນ​ວາ​ນີ້, ທ່ານ​ສະເຕ​ຟານ ດູ​ຈາ​ຣິກ, ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ຢືນ​ຢັນ​ວ່າ, ທ່ານ​ອັນ​ໂທ​ນິ​ໂອ ກູ​ເຕີ​ເຣັ​ສ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ່ານ​ກູ​ເຕີ​ເຣັ​ສ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕາມ​ການ​ເຊື້ອ​ເຊີນ​ແລ້ວ.

ທ່ານ​ສະ​ເຕ​ຟານ ​ດູ​ຈາ​ຣິກ​ກ່າວ​ວ່າ, ນັບ​ແຕ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ໂຊ​ເລກ ທີ່​ຈັດ​ຂຶ້ນ​ໃນ​ປີ 2002 ເປັນ​ຕົ້ນ​ມາ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ເກືອບ​ໝົດທຸກ​ຄັ້ງ.

ຄຳ​ເຫັນ

0