李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ເດັດ​ດ່ຽວ​ດຳ​ເນີນການ​​ໄລ່ຈັບ​ຜູ້​ຕ້ອງຫາສໍ້​ລາ​ດ​ບັງ​ຫຼວງ​ພ້ອມ​ດ້ວຍ​ສິນ​ບົນ​ທີ່​ໜີ​ໄປ​ຢູ່​ຕ່າງ​ປະ​ເທດ

2021-12-10 16:24:05 cri

ວັນ​ທີ 9 ທັນ​ວາ​ຂອງ​ທຸກ​ປີ ແມ່ນ “ວັນ​​ຕ້ານການ​ສໍ້​ລາດ​ບັງ​ຫຼວງສາ​ກົນ”. ວັນ​ທີ 9 ທັນ​ວາ​ນີ້, ​ໃນ​ເວ​ລາ​ແນະ​ນຳ​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ຂອງ​ຈີນ​ກັບ​ສາ​ກົນ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ, ທ່ານ​ວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ,ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນແກນ​ນຳ​ນັ້ນ ໄດ້​​ນຳ​ເອົາ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອ​ບ​ດ້ານ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດຂອງ​ຕົນ ເຊິ່ງໄດ້​ຮັບ​​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຈາກ​ປະ​ຊາ​ຊົນ​ຈີນ ແລະ​ ​ຈາກ​ປະ​ຊາ​ຄົມ​ໂລກ. ​ຜົນ​ການ​ຢັ່ງ​ຫາງ​ສຽງ​ທີ່​ຈັດ​ຂຶ້ນ​ໃນ​ປີ 2020 ​ໂດຍ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ຈີນ 95,8% ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ຍຶດ​ໝັ້ນ​ໃຫ້​ຫຼັກ​ການ​ລົງ​ໂທດ​ການ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ທ່າ​ທີ​ທີ່​ບໍ່​ປາ​ນີ​ປາ​ນອມ​ແລະ​ເດັດ​ຂາດ, ເດັດ​ດ່ຽວດຳ​ເນີນການ​​ໄລ່ຈັບ​ຜູ້​ຕ້ອງ​​ຫາ​ສໍ້​ລາ​ດ​ບັງ​ຫຼວງ​ພ້ອມ​ດ້ວຍ​ສິນ​ບົນ​ທີ່​ໜີ​ໄປ​ຢູ່​ຕ່າງ​ປະ​ເທດ, ແລະ​ລົງ​ໂທດ​ຕາມ​ກົດ​ໝາຍ. ​ໃນ​ຂະ​ບວນ​ການ​ໄລ່​ຈັບ​ຜູ້​ຕ້ອງ​ຫາ​, ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ ໄດ້​ເຄົາ​ລົບ​ກົດ​ລະ​ບຽບ​ສາ​ກົນ​ຢ່າງ​ເຂັ້ມ​ງວດ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ດ້ານ​ກົດ​ໝາຍ​ຂອງ​ປະ​ເທດ​ອື່ນ​ຢ່າງ​ເຕັມ​ສ່ວນ, ​ໄດ້​ຍື່ນ​ຄຳ​ຮ້ອ​ງ​ຂໍ​ໂຕ ແລະ ດຳ​ເນີນ​ການ​ຮ່ວ​ມື ໂດຍ​ອີງ​ຕາມ​ສົນ​ທິ​ສັນ​ຍາ​ຫຼາຍ​ຝ່າຍ​ແລະຂໍ້​ຕົກ​ລົງ​ສອງ​ຝ່າຍ, ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຜູ້​ຕ້ອງ​ຫາ, ທັງ​ໝົດ​ເຫຼົ່າ​ນີ້, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.

ຄຳ​ເຫັນ

0