李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟ​ຣັ່ງ​ໄດ້ປະ​ກາດ​ວ່າ, ຈະ​ບໍ່​​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທາງ​ການ​ທູດ

2021-12-10 16:20:40 cri

ຟ​ຣັ່ງ​ໄດ້ປະ​ກາດ​ວ່າ, ຈະ​ບໍ່​​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທາງ​ການ​ທູດ_fororder_1099332366

ວັນ​ທີ 9 ທັນ​ວາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່ສະ​ຖາ​ນີ​ໂທ​ລະ​ພາບຟ​ຣັ່ງ, ທ່ານຊອງ ມີ​ແຊນ ບ​ລັງ​ເກີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ, ຊາວ​ໜຸ່​ມ​ແລະ​ກິ​ລາ​ຟ​ຣັ່ງ​ໄດ້​ປະ​ກາດ​ວ່າ, ຟ​ຣັ່ງຈະ​ບໍ່​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທາງ​ການ​ທູດ ຕາມ​ອາ​ເມ​ຣິ​ກາ.

ທ່ານ​ກ່າວ​ວ່າ: “ກິ​ລາ​ເອງ​ກໍ່​ເໝືອ​ນ​ດັ່ງ​ໂລກ​ໜຶ່ງ, ຕ້ອງ​ປົກ​ປ້ອງ​ມັນ​ເພື່ອ​ບໍ່​ໃຫ້​ການ​ເມືອງ​ແຊກ​ແຊງ. ຖ້າ​ບໍ່​ດັ່ງ​ນັ້ນ, ມັນ​ຈະ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​​ອື່ນ, ໃນ​ທີ່​ສຸດ ກໍ່ຈະ​ທຳ​ລາຍ​ການ​ແຂ່ງ​ຂັນ​ທຸກ​ຢ່າງ​ໄດ້​.”

ທ່ານ​ຊອງ ມີ​ແຊນ ບ​ລັງ​ເກີ ກ່າວ​ວ່າ, ຜູ້​ແທນ​ລະ​ດັບ​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ກິ​ລາ​ຂອງຟ​ຣັ່ງ​ຈະ​ໄປ​ເຂົ້​າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ເລ​ຂາ​​ລັດ​ຖະ​ກິດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຄົນ​ພິ​ການ​ຂອງ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ​ຣັ່ງກໍ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງເຊັ່ນ​ກັນ.

ຄຳ​ເຫັນ

0