李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WTO ຈັດເວທີປຶກສາຫາລືຂັ້ນສູງ​ໃນ​ໂອ​ກາດ​ທີ່ຈີນເຂົ້າຮ່ວມ WTO ຄົບຮອບ 20 ປີ

2021-12-11 14:20:04 cri

WTO ຈັດເວທີປຶກສາຫາລືຂັ້ນສູງ​ໃນ​ໂອ​ກາດ​ທີ່ຈີນເຂົ້າຮ່ວມ WTO ຄົບຮອບ 20 ປີ_fororder_1388407481

ວັນທີ 10 ທັນວານີ້, ຢູ່ນະຄອນເຊີແນວ, ອົງການການຄ້າໂລກ ຫຼື WTO ​ແລະຄະນະຜູ້ແທນຈີນປະຈຳອົງການ WTO ໄດ້ຮ່ວມກັນຈັດເວທີປຶກສາຫາລື​ຂັ້ນສູງ​ເນື່ອງ​ໃນ​ໂອ​ກາດຈີນເຂົ້າຮ່ວມ WTO ຄົບຮອບ 20 ປີ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສຳຄັນທີ່ຈີນເຂົ້າຮ່ວມລະບົບການຄ້າຫຼາຍຝ່າຍ, ແລະໄດ້​ປຶກ​ສາຫາລືສະພາບການທີ່ກ່ຽວຂ້ອງ​ທີ່ຈີນເຂົ້າຮ່ວມວຽກງານຂອງ WTO. ທ່ານນາງ ໂງຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ອົງການ WTO ​ແລະທ່ານ ຫຼີເຊິງກ່າງ, ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງຈີນປະຈຳອົງການ WTO ຕ່າງໄດ້ກ່າວຄຳປາໄສໃນພິທີໄຂເວທີປຶກສາຫາລື​ຄັ້ງ​ນີ້.

ທ່ານນາງໂງຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ອົງການ  WTO ກ່າວວ່າ, ຈີນເຂົ້າຮ່ວມອົງການ WTO ໃນປີ 2001 ແມ່ນເຫດການສຳຄັນໃນປະຫວັດສາດຂອງລະບົບການຄ້າຫຼາຍຝ່າຍ, ຜູ້ຜະລິດແລະຜູ້ບໍລິໂພກ 1 ຕື້ 300 ລ້ານຄົນໄດ້ເຂົ້າ​ຮ່ວມໃນລະບົບການຄ້າຫຼາຍຝ່າຍ. ໃນ 20 ທີ່ຜ່ານມາ, ຈີນແມ່ນແບບຢ່າງທີ່ດີແຫ່ງການຊຸກຍູ້ການເຕີບໂຕແລະການພັດທະນາ​ການ​ເຊື່ອມ​ໂຍງການຄ້າ​ຂອງ​ໂລກ ມາໂດຍຕະຫຼອດ. ການປະຕິຮູບ​ຕ້ານການເຂົ້າຮ່ວມ WTO ໄດ້​ເປັນ​ການ​ຊຸກ​ຍູ້ການຫັນ​ປ່ຽນຮູບແບບໂຄງປະກອບ, ໄດ້ຊຸກຍູ້ການເຕີບໂຕທີ່ແຂງແຮງແລະການພັດທະນາທັນສະໄໝຂອງເສດຖະກິດຈີນ. ທ່ານນາງອີເວລາຍັງກ່າວ​ຕື່ມວ່າ, ຫວັງວ່າ, ຈີນຈະປະກອບສ່ວນຫຼາຍກວ່າເກົ່າ ໃນດ້ານການປະຕິຮູບອົງການ WTO ໃນອະນາຄົດແລະອື່ນໆ.

ຄຳ​ເຫັນ

0