蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

112 ສະ​ມາ​ຊິກ​ WTO ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມວ່າ​ດ້ວຍການ​ເຈ​ລະ​ຈາ​ຫັນ​ການ​ຄ້າ​ເປັນ​ແບບ​ສະ​ດວກ

2021-12-12 15:22:40 CRI

ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ລາຍ​ງານ​ຂ່າວ​ໃນ​ວັນ​ທີ 11 ທັນ​ວາ​ນີ້​ວ່າ: ວັນ​ທີ 10 ທັນ​ວາ​ນີ້, 112 ສະ​ມາ​ຊິກ​ອົງ​ການ​ກາ​ນ​ຄ້າ​ໂລກ ຫຼື WTO ເຊັ່ນ: ຈີນ, ສະ​ຫະ​ພາບ​ເອີ​ຣົບ, ຣັດ​ເຊຍ ແລະ ຍີ່​ປຸ່ນ​ເປັນ​ຕົ້ນ ໄດ້​ຮ່ວມ​ກັນ​ເຊັນ “ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ເຈ​ລະ​ຈາ​ຫັນ​ການ​ຄ້າ​ເປັນ​ແບບ​ສະ​ດວກ” ໂດຍ​ກ່າວ​ເນັ້ນ​ວ່າ: ບັນ​ດາ​ຝ່າຍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ທິດ​ທາງ​ພັດ​ທະ​ນາ ແລະ ຊຸກ​ຍູ້​ກາ​ນ​ເຈ​ລະ​ຈາ​ບົນ​ພື້ນ​ຖານ​ສັນ​ຍາ​ເຈ​ລະ​ຈາ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ເຊິ່ງ​ມີ​ເປົ້າ​ໝາຍ​ຈະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເນື້ອ​ໃນ​ສັນ​ຍາ​ກ່ອນ​ທ້າຍ​ປີ 2022 ແລະ ຊຸກ​ຍູ້​ໃຫ້​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຫັນ​ການ​ລົງ​ທຶນ​ເປັນ​ແບບ​ສະ​ດວກ​ໃນ​ທີ່​ສຸດ.

ການ​ຫັນ​ການ​ລົງ​ທຶນ​ເປັນ​ແບບ​ສະ​ດວກ​ແມ່ນ​ໝາ​ກ​ຜົນ​ທີ່​ຝ່າຍ​ຕ່າງ​ຕັ້ງ​ຊຸກ​ຍູ້​ “ຫຼັກ​ການ​ຊີ້​ນຳ​ການ​ລົງ​ທຶນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຂອງ G20” ຂອງກອງ​ປະ​ຊຸມ​ສຸດຍອດ​ຫ່າງ​ໂຈ່ວຂອງ​ກຸ່ມ 20 ປະ​ເທດ ທີ່​ຈັດ​ຂຶ້ນ​ໃນ​ປີ 2016 ແລະ ໄດ້​ຮ່ວມ​ກັນ​ລິ​ເລີ່ມ​ຫົວ​ຂໍ້​ການ​ເຈ​ລະ​ຈາຢູ່​ WTO ໃນ​ປີ 2017, ຈີ​ເລ​ເປັນ​ປະ​ເທດ​ປະ​ສານ​ງານ​ຂອງ​ການ​ເຈ​ລະ​ຈາ​ໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0