黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ຖ້າ​ວ່າ​ຍົກ​ເລີກ​ການ​ຂ​ວ້ຳ​ບາດ​ຕໍ່​ອີ​ຣານ, ການ​ເຈ​ລະ​ຈາ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ວຽນ​ອາດ​ຈະສາ​ມາດ​ບັນ​ລຸ “ສັນ​ຍາ​ທີ່​ດີ”

2021-12-12 19:58:43 cri

ຂ່າວ​ສານ​ອີ​ຣານ​ລາຍ​ງານ​ວ່າ​, ທ່ານ​ອິບ​ຣາ​ຮິມ ໄລ​​ຊີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ, ຖ້າ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ນິວ​ເຄຼຍ​ອີ​ຣານ​ມີ​ຄວາມ​ຕັດ​ສິນ​ໃຈ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ, ການ​ເຈ​ລະ​ຈາ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ວຽນ​ອາດ​ຈະ​ສາ​ມາດ​ບັນ​ລຸ “ສັນ​ຍາ​ທີ​ດີ” ສະ​ບັບ​ໜຶ່ງ.

ວັນ​ທີ 29 ພະ​ຈິກ​​ຜ່ານ​ມາ​ນີ້, ກາ​ນ​ເຈ​ລະ​ຈາ​ຮອບ​ໃໝ່​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ນິວ​ເຄຼຍ​ອີ​ຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ວຽນ ປະ​ເທດ​ອົ​ຕ​ຣິ​ສ ໂດຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ແລະ​ທວງໃຫ້​ອີ​ຣານ​ປະ​ຕິ​ບັດ​​ຕາມຄຳ​ໝັ້ນ​ສັນ​ຍາ​ແລະ​ບັນ​ຫາ​ອື່ນໆ. ການ​ເຈ​ລະ​ຈາ​ຮອບ​ໃໝ່​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ໄລ​ຍະ​ທີ​ໜຶ່ງ​ໃນ​ວັນ​ທີ 3 ທັນ​ວາ​ນີ້, ສ່ວນ​ການ​ເຈ​ລະ​ຈາ​ໄລ​ຍະ​ຕໍ່​ໄປ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ທັນ​ວາ. ທ່ານອັບ​ດຸ​ລາ​ຮິ​ອັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ບັນ​ລຸ​ສັນ​ຍາ​ສະ​ບັບ​ໃໝ່, ຄະ​ນະ​ຜູ້​ແທນ​ການ​ເຈ​ລະ​ຈາ​ຂອງ​ອີ​ຣານ​ຈະ​​ປະ​ຈຳ​ຢູ່​ນະ​ຄອນ​ວຽນ​ດົນເທົ່າ​ທີ່​ຈະ​ດົນ​ໄດ້.

ຄຳ​ເຫັນ

0