吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມ​ສຸດ​ຍອດ​ໂອ​ລິ​ມປິກ​:​ໄດ້​ອອກ​ຖະ​ແຫຼ​ງການຄັດຄ້ານ​ການ​ກະທຳທຸກ​ຮູບ​ແບບ​ທີ່​ຫັນງານ​ກິລາ​ໂອ​ລິ​ມປິກ ​​ແລະ ກິລາຫັນ​ເປັນ​ແບບ​ການ​ເມືອງ

2021-12-13 13:39:35 CRI

ກອງປະຊຸມ​ສຸດ​ຍອດ​ໂອ​ລິ​ມປິກ​:​ໄດ້​ອອກ​ຖະ​ແຫຼ​ງການຄັດຄ້ານ​ການ​ກະທຳທຸກ​ຮູບ​ແບບ​ທີ່​ຫັນງານ​ກິລາ​ໂອ​ລິ​ມປິກ ​​ແລະ ກິລາຫັນ​ເປັນ​ແບບ​ການ​ເມືອງ_fororder_国际奥委会

 

   ວັນ​ທີ 11 ທັນວາ​ນີ້ ກອງ​ປະຊຸມ​ສຸດ​ຍອດ​ໂອ​ລິ​ມປິກຄັ້ງ​ທີ 10 ​ໄດ້​ອັດ​ລົງ​ແລ້ວ. ​​ໃນຖະ​ແຫຼ​ງການຂອງ​ກອງ​ປະຊຸມ​ທີ່​​ເຜີຍ​ແຜ່ຢູ່​ເວັບ​ໄຊ​ຄະນະ​ກຳມະການໂອ​ລິ​ມປິກ​ສາກົນ​ໃນ​ມື້​ດຽວ​ກັນ​​ໄດ້ລະ​ບຸ​ວ່າ, ກອງປະ​ຊຸດ​ສຸດຍອດ​ຄັ້ງ​ນີ້​ໄດ້ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ທຸກ​ຮູບ​ແບບ​ທີ່​ຫັນໂອ​ລິ​ມປິກ ​​ແລະ ກິລາ​ເປັນ​ບັນຫາ​ການ​ເມືອງ ​ແລະ ກ່າວ​ເນັ້ນ​ວ່າ, ຄະນະກຳມະການ​ໂອ​ລິ​ມປິກ​ສາກົນ, ງານ​ກິລາ​​ໂອ​ລິ​ມປິກ​​ ​ແລະ ກິລາ​ໂອ​ລິ​ມປິກ​ຕ້ອງ​ຮັກສາ​ຄວາມເປັນກາງ​ໃນ​ດ້ານ​ການ​ເມືອງ.


    ຖະ​ແຫຼ​ງການ​ກອງ​ປະຊຸມ​ໄດ້​ໃຫ້​ເຫັນ​ວ່າ, ຜູ້​​ເຂົ້າຮ່ວມ​ປະຊຸມ​ໄດ້ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ງານ​ກິ​ລາ​ໂອ​ລິ​ມປິກ​ລະດູ​ໜາວ​  ປັກ​ກິ່ງ 2022 ​ໃນ​ໄລຍະ​ສຸດ​ທ້າຍ​ເຊິ່ງລວມທັງ​ການຈັດການ​ແຂ່ງຂັນ​ທົດ​ລອງຕ່າງໆທີ່​ສຳ​ເລັດ​ຜົນຢ່າງ​ຈົບງາມ. ງານ​ກິລາ​ໂອ​ລິ​ມປິກລະດູ​ໜາວ​ປັກ​ກິ່ງ​ຈະ​ແມ່ນຈຸດ​ເລີ່​ມຕົ້ນ​ຂອງ​ຍຸກ​ສະ​ໄໝສຳລັບ​ງານ​ກິລາ​ລະດູ​ໜາວ​ຂອງ​​ໂລກ. ສະມັດ​ຊາ​ໃຫຍ່​ອົງການສະຫະປະຊາ​ຊາດ​ຄັ້ງ​ທີ 76  ​ໄດ້ເປັນ​ເອກະພາບ​ກັນ​ຮັບຮອງ​ເອົາ​ມະຕິ​ຢຸດ​ຍິງ​ໃນ​ລະຫວ່າງ​ຈັດ​ງານ​ໂອ​ລິ​ມປິກ​ທີ່​ຮ່າງ​ຂຶ້ນ​ໂດຍ​ຈີນ ​ແລະ ຄະນະ​ກຳມການໂອ​ລິ​ມປິກ​ສາກົນ, ປະ​ເທດ​ສະມາຊິກ 173 ປະ​ເທດ​ໄດ້​ຮ່ວມ​ກັນສະ​ເໜີ​ມະຕິ​ດັ່ງກ່າວ. ຜູ້​​ເຂົ້າຮ່ວມ​ປະຊຸມ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ໄດ້ອອກ​ແຮງ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ.   

ຄຳ​ເຫັນ

0