吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຊ້ອມ​ຮົບ​ຮ່ວມ “​ການກອບ​ກູ້​ໂດຍ​ສັນ​ຕິ 2021” ລະ​ຫວ່າງກອງ​ທັບ​ຈີນ-ຫວຽດ​ນາມ​ສິ້ນ​ສຸດ​ລົງ

2021-12-13 14:38:25 cri

ການ​ຊ້ອມ​ຮົບ​ຮ່ວມ “​ການກອບ​ກູ້​ໂດຍ​ສັນ​ຕິ 2021” ລະ​ຫວ່າງກອງ​ທັບ​ຈີນ-ຫວຽດ​ນາມ​ສິ້ນ​ສຸດ​ລົງ_fororder_越南1

    ວັນ​ທີ 12 ທັນ​ວາ​ນີ້, ກອງ​ທັບ​ຈີນ​ທີ່​ເຂົ້າ​ຮ່ວມການ​ຊ້ອມ​ຮົບ​ຮ່ວມພາຍ​ໃຕ້​ຫົວ​ຂໍ້ “​ການກອບ​ກູ້​ໂດຍ​ສັນ​ຕິ 2021” ລະ​ຫວ່າງກອງ​ທັບ​ຈີນ-ຫວຽດ​ນາມ​ໄດ້​ເດີນ​ທາງ​ກັບ​ຄືນ​ຮອດ​ເຂດກວາງ​ຊີ​ ສ​ປ ຈີນ​ຢ່າງ​ປອດ​ໄພ.

    ​ໃນການ​ຊ້ອມ​ຮົບ​ຄັ້ງ​ນີ້, ກອງ​ທັບ​ຈີນ-ຫວຽດ​ນາມ​ໄດ້​​ຊ້ອມ​ຮົບປິ່ນ​ອ້ອ​ມ​ຫົວ​ຂໍ້​ການ​ກອບ​ກູ້​ມະ​ນຸດ​ສະ​ທຳ​ດ້ວຍ​ການ​ແພດ, ​ອີງ​ຕາມ​ມາດ​ຕະ​ຖານ​ການ​ສູ້​ຮົບໄດ້​ສຳ​ເລັດ​ຫລັກ​ສູດ​ຕ່າງໆ,ເຊັ່ນ: ການ​ຮ່ວມ​ບັນ​ຊາ​ພະ​ລາ​ທິ​ການ​ດ້ານ​ເສ​ນາ​ຮັກ, ​ການ​ຮ່ວມກອບ​ກູ້​ພາກ​ສະ​ໜາມ​, ​ການປິ່ນ​ປົວຜູ້​ບາດ​ເຈັບ​ຈຳ​ນວນ​ຫລາຍ ແລະ​ອື່ນໆ. ເຊິ່ງ​​ສາ​ມາດຍົກ​ສູງ​ຄວາມ​ສາ​ມາດ​ພະ​ລາ​ທິ​ການ​ດ້ານ​ເສ​ນາ​ຮັກ​ຂອງກອງ​ທັບ​ສອງ​ຝ່າຍ.

    ໃນ​ໄລ​ຍະ​ຊ້ອມ​ຮົບ​ຮ່ວມ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​​ໃຫ້​ການຊ່ວຍ​ເຫລືອອຸ​ປະ​ກອນ​ປ້ອງ​ກັນ​​ພະ​ຍາດລວມ​ທັງ​ໝົດ 3 ໝື່ນ​ອັນ​​ທີ່​ມີ​ຍອດ​ມູນ​ຄ່າ 6 ແສນກວ່າ​ຢວນ​ໃຫ້​ແກ່ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ເຊັ່ນ:  ​ຜ້າ​ປິດ​ປາກ N95, ຊຸດ​ປ້ອງ​ກັນ​ພະ​ຍາດ, ​ອຸ​ປະ​ກອນ ແລະ​ນ້ຳ​ຢາກວດ​ຫາເຊື້ອ​ໂຄວິດ-19​​ ໄວ ແລະ​ອື່ນໆ.

ຄຳ​ເຫັນ

0