吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັນດາພັກການເມືອງ ແລະ ອົງການຈັດຕັ້ງທາງສັງຄົມຂອງຫຼາຍປະເທດໄດ້ຮ່ວມກັນອອກ‍‍‍‍“ຖະແຫຼງການຮ່ວມວ່າດ້ວຍການຊອກຫາເສັ້ນທາງປະຊາທິປະໄຕຢ່າງເປັນເຈົ້າຕົນເອງ ແລະ ການຊຸກຍູ້ການພັດທະນາຮ່ວມກັນ”

2021-12-13 16:49:20 CRI

    ວັນທີ 13 ທັນວານີ້, ມີ 355 ພັກການເມືອງ ອົງການຈັດຕັ້ງທາງສັງຄົມ ແລະ ຄັງປັນຍາຂອງ 140 ປະເທດ ແລະ ເຂດແຄວ້ນໃນໂລກໄດ້ຕິດຕໍ່ກັບຄະນະພົວພັນຕ່າງປະເທດຂອງສູນກາງພັກກອມມູນິດຈີນດ້ວຍຮູບແບບຕ່າງຕ່າງ ເພື່ອອອກ ‍‍‍‍“ຖະແຫຼງການຮ່ວມວ່າດ້ວຍການຊອກຫາເສັ້ນທາງປະຊາທິປະໄຕຢ່າງເປັນເຈົ້າຕົນເອງ ແລະ ການຊຸກຍູ້ການພັດທະນາຮ່ວມກັນ” ໂດຍກ່າວເນັ້ນວ່າ, ປະຊາທິປະໄຕເປັນຜົນງານສຳຄັນຂອງການພັດທະນາຄວາມສິວິໄລທາງການເມືອງຂອງມວນມະນຸດ,ການພັດທະນາເປັນການສະແຫວງຫາມາດຍຕະຫຼອດຂອງສັງຄົມມະນຸດ, ບໍ່ມີລະບອບປະຊາທິປະໄຕ ແລະ ຮູບການພັດທະນາທີ່ເຫມາະສົມກັບໝົດທຸກປະເທດ,ທັງໄດ້ສະແດງການຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນໆດ້ວຍຂໍ້ອ້າງປະຊາທິປະໄຕ,ຮຽກຮ້ອງໃຫ້ຖືເອົາຄ່ານິຍົມຮ່ວມຂອງມວນມະນຸດເປັນທິດຊີ້ນຳເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ‍‍

 

“ຖະແຫຼງການຮ່ວມວ່າດ້ວຍການຊອກຫາເສັ້ນທາງປະຊາທິປະໄຕຢ່າງເປັນເຈົ້າຕົນເອງ ແລະ ການຊຸກຍູ້ການພັດທະນາຮ່ວມກັນ” ຂອງພັກການເມືອງ ອົງການຈັດຕັ້ງທາງສັງຄົມ ແລະ ຄັງປັນຍາປະເທດຕ່າງໆ


   ປະຊາທິປະໄຕເປັນຜົນງານອັນສຳຄັນຂອງການພັດທະນາຄວາມສິວິໄລທາງການເມືອງຂອງມວນມະນຸດ,ການພັດທະນາເປັນການສະແຫວງຫາຕະຫຼອດການຂອງສັງຄົມມະນຸດ. ໂດຍຜ່ານການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ປະຊາຊົນບັນດາປະເທດ ແລະ ເຂດແຄວ້ນທີ່ຕ່າງກັນໄດ້ປະດິດສ້າງຮູບແບບປະຊາທິປະໄຕ ແລະ ເສັ້ນທາງການພັດທະນາທີ່ມີສີສັນພິເສດຫຼາຍໆຢ່າງ ຈົນກາຍເປັນພາບທີ່ສວຍສົດງົດງາມຂອງຄວາມສິວິໄລຂອງມວນມະນຸດທີ່ສະຫງ່າຜ່າເຜີຍ. ພັກການເມືອງເປັນຜູ້ສ້າງ, ຜູ້ປົກປັກຮັກສາ ແລະ ຜູ້ພັດທະນາປະຊາທິປະໄຕ, ທັງເປັນຜູ້ແບກຫາບໜ້າທີ່ອັນສຳຄັນທີ່ໃຫ້ປະຊາທິປະໄຕປາກົດຜົນເປັນຈິງ ແລະ ຊຸກຍູ້ການພັດທະນາ. ດັ່ງນັ້ນ, 351 ພັກການເມືອງ, ອົງການຈັດຕັ້ງທາງສັງຄົມ ແລະ ຄັງປັນຍາຂອງ 140 ປະເທດ ແລະເຂດແຄວ້ນພວກຂ້າພະເຈົ້າຈິ່ງໄດ້ອອກຖະແຫຼງການຮ່ວມໃຫ້ກັບໂລກຄືດັ່ງນີ້:


1, ພວກຂ້າພະເຈົ້າເຫັນວ່າ, ໂລກນີ້ມີຫຼາຍສີຫຼາຍສັນ, ມີຮ້ອຍອັນພັນແນວ, ຄວາມຫຼາກຫຼາຍແມ່ນສະເໜ່ຂອງຄວາມສິວິໄລມວນມະນຸດຍິ່ງເປັນແຫຼ່ງຂອງພະລັງຊີວິດ ແລະ ແຮງຂັບເຄື່ອນຂອງການພັດທະນາຂອງໂລກ.ເພື່ອເຮັດໃຫ້ປະຊາທິປະໄຕບັນລຸຜົນເປັນຈິງມີຫຼາຍວິທີ, ປະເທດ ແລະ ເຂດແຄວ້ນຕ່າງກັນມີປະຫວັດສາດ ວັດທະນະທຳລະບອບທາງສັງຄົມ ແລະ ໄລຍະການພັດທະນາທີ່ຕ່າງກັນ, ບໍ່ມີລະບອບປະຊາທິປະໄຕໃດ ແລະ ຮູບແບບການພັດທະນາໃດທີ່ສອດຄ່ອງກັບໝົດທຸກປະເທດ. ການຕີລາຄາລະບອບການເມືອງທີ່ມີຫຼາຍຮູບຫຼາຍແບບໃນໂລກດ້ວຍມາດຖານດຽວກັນ ແລະ ສຳຫຼວດກວດກາຄວາມສິວິໄລທາງການເມືອງທີ່ມີຮ້ອຍອັນພັນແນວຂອງມວນມະນຸດດ້ວຍສາຍຕາແບບດຽວ ມັນກໍ່ບໍ່ແມ່ນປະຊາທິປະໄຕ ແລະ ບໍ່ມີຜົນດີຕໍ່ການພັດທະນາ.


2, ພວກຂ້າພະເຈົ້າເຫັນວ່າ, ຖ້າຢາກຕີລາຄາລະບອບການເມືອງຂອງປະເທດໃດໜຶ່ງວ່າ ມີປະຊາທິປະໄຕ ແລະ ມີປະສິດທິຜົນແທ້ຫຼືບໍ່ ຕົ້ນຕໍຄວນສຳຫຼວດກວດກາການນຳຂອງປະເທດນັ້ນວ່າສາມາດປ່ຽນຊຸດໄດ້ຢ່າງມີລະບຽບ ແລະ ຖືກກົດໝາຍແທ້້ຫຼືບໍ່,ປະຊາຊົນທັງຫຼາຍສາມາດຄຸ້ມຄອງວຽກງານແຫ່ງລັດ ແລະ ວຽກງານທາງສັງຄົມ ຄຸ້ມຄອງວຽກງານເສດຖະກິດ ແລະ ວັດທະນະທຳຢ່າງຖືກຕ້ອງຕາມກົດໝາຍແທ້ຫຼືບໍ່,ປະຊາຊົນສາມາດມີຂໍ້ສະເໜີເພື່ອຮຽກຮ້ອງຜົນປະໂຫຍດໄດ້ຢ່າງສະດວກແທ້້ຫຼືບໍ່,ຝ່າຍຕ່າງໆທາງສັງຄົມສາມາດເຂົ້າຮ່ວມການເຄື່ອນໄຫວທາງການເມືອງຂອງລັດແທ້ຫຼືບໍ່,ການຕັດສິນນະໂຍບາຍຂອງລັດເປັນລັກສະນະວິທະຍາສາດ ແລະ ປະຊາທິປະໄຕແທ້ຫຼືບໍ່, ຜູ້ມີຄວາມຮູ້ຄວາມສາມາດໄດ້ເຂົ້າຮ່ວມໃນລະບົບການນຳ ແລະ ການຄຸ້ມຄອງລະດັບຊາດໂດຍຜ່ານການແຂ່ງຂັນທີ່ຍຸດຕິທຳແທ້ຫຼືບໍ່,ພັກກຳອຳນາດສາມາດບັນລຸການນຳພາວຽກງານແຫ່ງລັດໂດຍອີງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍແທ້້ຫຼືບໍ່, ການໃຊ້ສິດອຳນາດສາມາດສາມາດຖືກຜູກມັດ ແລະ ການຕິດຕາມກວດກາຢ່າງມີປະສິດທິຜົນແທ້ຫຼືບໍ່.

 

3, ພວກ​ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ: ການ​ທີ່​ຕີ​ລາ​ຄາ​ປະ​ເທດ​ໃດ​ໜຶ່ງ​​ວ່າ​ມີ​ປະ​ຊາ​ທິ​ປ​ະ​ໄຕຫຼື​ບໍ, ສຳ​ຄັນ​ຕ້ອງ​ສັງ​ເກດ​ເບິ່ງວ່າ​ປະ​ຊາ​ຊົນ​​ປະ​ເທດ​ນັ້ນ​ໄດ້ເປັນ​ເຈົ້າ​ຂອງ​ປະ​ເທດ​ແທ້​ຫຼື​ບໍ, ປະ​ຊາ​ຊົນ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ແທ້ຫຼື​ບໍ, ​ຍິ່ງ​ຕ້ອງ​ສັງ​ເກດ​ເບິ່ງວ່າ​ປະ​ຊາ​ຊົນ​ມີ​ສິດ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ​ແທ້ຫຼື​ບໍ. ຕ້ອງ​ສັງ​ເກດ​ເບິ່ງວ່າ​ໃນ​ຂະ​ບວນ​ການ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປາກ​ເປົ່າ​​ໃດ​ແດ່, ຍິ່ງ​ຕ້ອງ​ສັງ​ເກດ​ເບິ່ງວ່າຫລັງ​ຈາ​ກ​ການ​ເລືອກ​ຕັ້ງ​ແລ້ວ, ຄຳ​ໝັ້ນ​ສັນ​ຍາ​ປາກ​ເປົ່າ​ດັ່ງ​ກ່າວ​ໄດ້​​ເຮັດ​ໃຫ້​ເປັນ​ຈິງ​ຫລາຍ​ສໍ່​າ​ໃດ. ຕ້ອງ​ສັງ​ເກດ​ເບິ່​ງວ່າ, ລະ​ບອບ ແລະ​ກົດ​ໝາຍ​ໄດ້​ກຳ​ນົດ​ຂັ້ນຕອນ​ທາງ​ການ​ເມືອງ ແລະ​​ກະ​ຕິ​ກາ​ທາງການ​ເມືອງ​ແບບ​ໃດ, ຍິ່ງ​ຕ້ອງ​ສັງ​ເກດ​ເບິ່ງວ່າ​ລະ​ບ​ອບ ແລະ​ກົດ​ໝາຍ​ແມ່ນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແທ້​ຫຼື​ບໍ. ຕ້ອງ​ສັງ​ເກດ​ເບິ່ງ​ວ່າ​​ກະ​ຕິ​ກາ​ການ​ປະ​ຕິ​ບັດ​ສິ​ດ​ອຳ​ນາດ​ແມ່ນ​ມີ​ປະ​ຊາ​ທິ​ປະ​ໄຕ​ແທ້​ຫຼື​ບໍ, ຍິ່ງ​ຕ້ອງ​ສັງ​ເກດ​ເບິ່ງວ່າ​ການ​ໃຊ້​ສິດ​ອຳ​ນາດ​ແມ່ນ​ໄດ້ຮັບ​ການ​ຈຳ​ກັດ ແລະ​​ຕິດ​ຕາມກວດ​ກາ​​ຈາກປະ​ຊາ​ຊົນ​ແທ້ຫຼື​ບໍ.

 

4, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ: ປ​ະ​ຊາ​ທິ​ປະ​ໄຕ​ເປັນ​ສິດ​ຂອງ​ປະ​ຊາ​ຊົນບັນ​ດາ​ປະ​ເທດ​, ຫາກ​ບໍ່​ແມ່ນ​ສິດ​ສະ​ເພາະ​​ຂອງ​ປະ​ຊາ​ຊົນ​​ໃນປະ​ເທດ​ໜ້ອຍເທົ່າ​ນັ້ນ. ປະ​ເທດ​ໃດ​ໜຶ່ງ​ແມ່ນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ແທ້ຫຼື​ບໍ, ​ຄວນ​​​ຕີ​ລາ​ຄາໂດຍ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນັ້ນ. ພວກ​ຂ້າ​ພະ​ເຈົ້າ​ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ.

 

5, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ: ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ​ຄວນ​ຖື​ເອົາ​ການ​ເພີ່ມ​ຄວາມ​ຜາ​ສຸກໃຫ້​ກັບ​ປະ​ຊ​າ​ຊົນ, ​ຖື​ເອົາ​ການບັນ​ລຸ​ການ​ພັດ​ທະ​ນາຂອງ​ມະ​ນຸດ​​​ຢ່າງຮອບ​ດ້ານ​ເປັນ​ຈຸດ​ເລີ່ມ​ຕົ້ນ ແລະ​ເປົ້າ​ໝາຍ​ສູ້​ຊົນ. ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​​ທິ​ປະ​ໄຕ​ຄວນ​ສຸມ​ໃສ່​ການ​ປະ​ຕິ​ບັດຄວາມ​ມຸ່ງ​ຫວັງຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​​ອັນດີ​ງາມ​ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ,ເຮດ​ໃຫ້​ປະ​ຊາ​ຊົນ​ມີຄວາມ​ຮູ້​ສຶກ​​ວ່າໄດ້​ຮັບ​ຜົນ​ປະ​ໂຫຍດ, ມີຄວາມ​ສຸກ ແລະ​ມີ​ຄວາມ​ປອດໄພ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປັດ​ຈຸ​ບັນ, ບັນ​ດາ​ປະ​ເທດ​ຄວນ​​ເຈາະ​ຈົງເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ວັກ​ຊີນ​ໂຄວິດ-19, ການ​ລະ​ດົມ​ທຶນ​ເພື່ອ​ການ​ພັດ​ທະ​ນາ, ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ, ການ​ພັດ​ທະ​ນາ​ຕາມ​ທິດສີ​ຂຽວ, ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ເປັນ​ຕົ້ນ​. ເລັ່ງ​ລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສຸມ​ໃສ່​ການ​ແກ້​ໄຂ​ບັນ​ຫາ​​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ທີ່​ສຸດ, ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ ແລະ​ປະ​ຊາ​ຊົນ​​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ. ປະ​ເທດ​ທັງ​​ຫລາຍ ແລະ​ຊົນ​ເຜົ່າ​ທັງ​ໝົດ​ໃນ​ໂລກ​ຄວນ​ໄດ້​ຮັບ​ໂອ​ກາດ​ ແລະ​ສິດ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ທີ່​ຍຸ​ຕິ​ທຳ, ຄວນ​ເລັ່ງ​ລັດ​ການ​ພັດ​ທະ​ນາ​​ແບບກວມ​ລວມ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ບໍ່​ປ​ະ​ຖິ້ມ​ປະ​ເທດ​ໃດໆໃຫ້​ຕົກ​ຂະ​ບວນ.

 

6,ພວກຂ້າ​ພະ​ເຈົ້າ​ເຫັນ​ວ່າ:ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ​ເປັນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ,ການ​ປະ​ຕິ​ບັດ​ຕາມ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ​ແມ່ນ​ເສັ້ນ​ທາງ​ທີ່​ຈຳ​ເປັນ​ໃນ​ການ​ບັນ​ລຸ​ເປົ້​າໝາຍ​ການສ້າງ​ສາຍ​ພົວ​ພັນ​ສາ​ກົນຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ.ມວນ​ມະ​ນຸດ​ພວ​ມ​ຜະ​ເຊີນ​ໜ້າ​ກັບ​​​ສິ່ງ​ທ້າ​ທາຍຕ່າງໆ​ແລະ​ບັນ​ຫາ​ທີ່​ມີ​ຢູ່​ໃນ​ທົ່ວ​ໂລກ,ຄວນ​ສ້າງ​ຮູບ​ແບບການ​ປົກ​ຄອງ​ທົ່ວ​ໂລກ​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ປະ​ກົດ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ມີ​ກົນ​ໄກ​ຫຼາຍ​ຝ່າຍທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍກວ່າ​ເກົ່າ,ມີ​ການ​ຮ່ວ​ມ​ມື​ພາກ​ພື້ນ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ,ຈຶ່ງ​ຈະ​ສາ​ມາດ​ຮັບ​ມື​ກັບ​ຜົນ​ກະ​ທົບ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ. ​ເ​ມື່ອປະ​ຕິ​ບັດຕາມລັດ​ທິ​ຫຼາຍ​ຝ່າຍ​ໄດ້​ເປັນ​ຢ່າງ​ດີ​ແລ້ວ,ບັນ​ຫາ​ຕ່າງໆ​ທີ່ມວນ​ມະ​ນຸດ​​ພວມ​ຜະ​ເຊີນ​ຮ່ວມ​ກັນນັ້ນ​ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໄດ້​ເປັນ​ຢ່າງ​ດີ​ຫຼາຍກວ່າ​ເກົ່າ.

 

7,ພວກຂ້າ​ພະ​ເຈົ້າເຫັ​ນ​ວ່າ:ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊ​າ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ເປັນ​​ທິດ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ພັດ​ທະ​ນາ​ຄວາມ​ສິ​ວິ​ໄລ​ຂອງມວນ​ມະ​ນຸດ​ໃຫ້​ກ້າວໄປ​ໜ້າ. ຕ້ອງ​ຖື​ເອົາ​ຄ່ານິ​ຍົມ​ຮ່ວມ​ຂອງ​​ມວນ​ມະ​ນຸດ ຄື: ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ຄວາມ​ຍຸ​ຕິ​ທຳ, ຄວາມ​ເປັນ​ທຳ, ປະ​ຊາ​ທິ​ປະໄຕ ແລະ​ເສ​ລີ​ພາບເປັນທິດ​ຊີ້​ນຳ,​ໂດຍອີງ​ຕາມ​​ໜ້າ​ທີ່ຮັບ​ຜິດ​ຊອບ​ລະ​ດັບ​ສູງ​ທີ່​ມີ​ຕໍ່​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງປະ​ຊ​າ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ເຮັດ​ໃຫ້​ປະ​ເທດ​ທີ່​ມີ​ລະ​ບອບ​ສັງ​ຄົມ​ຕ່າງ​ກັນ,ມີຮູບ​ຖານ​ຈິດ​ສຳ​ນຶກ​ທີ່ຕ່າງ​ກັນ,ມີ​ປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ​ຕ່າງ​ກັນ ແລະ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ທີ່​ຕ່າງ​ກັນ ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ​ສາ​ມາດຊົມ​ໃຊ້​ສິດ​ຮ່ວມ​ກັນ​ແລະ​ຮ່ວມ​ກັນ​ແບກ​ຫາບ​ໜ້າ​ທີ່​​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ສາ​ກົນ,ເພື່ອເກາະ​ແຂນ​ກັນ​ສ້າງ​ໂລກ​ທີ່​ສ​ວຍ​ງາມກວ່າ​ເກົ່າ.

 

ພວກຂ້າ​ພະ​ເຈົ້າ​ຮັບຮູ້​​ຢ່າງ​ເລິກ​ເຊິ່ງວ່າ ໄດ້​ແບກ​ຫາບ​ພາ​ລະ​ໜ້າ​ທີ່​ຮ່ວມ​ໃນ​ດ້ານ​ການ​ຊຸກ​ຍູ້​ປະ​ຊາ​ທິ​ປະ​ໄຕ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​​ຢູ່​ຂອງ​ປະ​ຊາ​ຊົນ,ຍິນ​ດີ​ເກາະ​ແຂນ​ກັນ​ບົນຄວາມ​ແຕກ​ຕ່າງ​ກັນ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຖ​ອດ​ຖ​ອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,ເພີ່ມ​ທະ​ວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກັນ,ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ບັນ​ດາ​ຝ່າຍ,ປະ​ກອບ​ສ່ວນ​ເທົ່າ​ທີ່​ຄວນ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ກັບປະ​ຊາ​ຊົນ,ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ,​ແລະຊຸກ​ຍູ້​ມວນ​ມະ​ນຸດໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.

 

 

ຄຳ​ເຫັນ

0