吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ບາງ​ປະ​ເທດ​ຄອບ​ງຳການ​ເມືອງດ້ວຍ​ການ​ນຳ​ໃຊ້ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ບໍ່​ໄດ້​​ຮັບຜົ​ນ​ຢ່າງ​ເດັດ​ຂາດ

2021-12-14 15:09:47 cri

图片默认标题_fororder_东奥

    ວັນ​ທີ 13 ທັນ​ວາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ. ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ:​ ມີຂ່າວ​​ລາຍ​ງານວ່າ: ຄະ​ນະ​ກຳ​ມະ​ການ​​ໂອ​ລິ​ມ​ປິກ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໂອ​ລິມ​ປິກ​ຄັ້ງ​ທີ 10 ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ທີ 11 ທັນ​ວາ​ນີ້.

    ​ໂດຍແນ​ໃສ່​ເລື່ອງ​ທີ່​ບາງ​ປະ​ເທດ​ແຈ້ງວ່າ​ຈະ​ບໍ່​​ສົ່ງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ກອງ​ປະ​ຊຸມ​ສຸດຍອດ​ໄດ້​ອອກ​ຖະ​ແຫລງ​ການ​ໂດຍ​ລະ​ບຸ​ວ່າ: ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຫັນ​ໂອ​ລິມ​ປິກ ແລະ​ກິ​ລາ​ເປັນ​​ບັນ​ຫາການ​ເມືອງ, ​ກອງ​ປະ​ຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ທີ່ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ງານ​ກິ​ລາ​ໂອ​ລິມ​ປິກ ແລະ​ກິ​ລາ​ໂອ​ລິມ​ປິກຕ້ອງ​ຮັກ​ສາ​ຄວາມ​ເປັນ​ກາງ​​ທາງດ້ານ​ການ​ເມືອງ.

    ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ: ຖະ​ແຫລງ​ການ​ຂອງກອງ​ປະ​ຊຸມ​ສຸດຍອດ​ໄດ້​​ມີຄວ​າມ​ເຫັນ​ຮ່ວມ​ທີ່​ວົງ​ການ​ກິ​ລາ​ສາ​ກົນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຄັດ​ຄ້ານ​ການ​ຫັນ​ກິ​ລາ​ເປັນ​​ບັນ​ຫາການ​ເມືອງ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ​ບາງ​ປະ​ເທດ​ຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມກັບປະ​ຊາ​ຄົມ​ໂລກ, ກາ​ນ​ຫລິ້ນ​ກົນ​ທາງ​ການ​ເມືອງ ແລະ​ການ​ຄອບ​ງຳທາງ​ການ​ເມືອງ​ດ້ວຍ​​ການ​ນຳ​ໃຊ້ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ​ຕ່າງໆ ແລະກໍ​ຈະ​ບໍ່​ໄດ້​ຜົນ​ຢ່າງ​ເດັດ​ຂາດ.  

ຄຳ​ເຫັນ

0