郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ​ຈີນ​ມີຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ຄ້າ​ທີ່​ໝັ້ນ​ຄົງ​ກວ່າ​ເກົ່າ

2021-12-17 11:10:08 cri

图片默认标题_fororder_1539938116

​​​   ວັນ​ທີ16ທັນ​ວານີ້,ໃນ​ກອງ​ປ​ະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ການ​ຄ້າ​ຈີນ,ທ່ານນາງ ​ຊູ້​ເຈວທີງ ໂຄ​ສົກ​ກະ​ຊວງ​ດັ່ງ​ກ່າວ​ກ່າວ​ວ່າ: ຄາດ​ຄະ​ເນ​ວ່າ ໂຄງ​ປະ​ກອບ​ດ້ານ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໝົດ​ປີນີ້​ຈະດີ​ຂຶ້ນ​ຕື່​ມ​ອີກ, ຖາ​ນະຂອງປະ​ເທດ​ຈີນ​ທີ່​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ຄ້າ ​ກໍ່ຈະ​ໝັ້ນ​ຄົງ​ກວ່າ​ເກົ່າ.

   ທ່ານ​ນາງ ​ຊູ້​ເຈວທີງ ​ໄດ້ວິ​ເຄາະ​​ວ່າ: ໃນ6ເດືອນ​ທ້າຍ​ປີນີ້ ການ​ຄ້າ​ຂອງ​ຈີນ​​ກັບ​ຕ່າງ​ປະ​ເທດໄດ້​ເພີ່ມ​ຂຶ້ນ​ອ່າວ​ໄວ,ຕົ້ນ​ຕໍ​ມີ​ສາ​ເຫດ​ສາມ​ດ້ານ ຄື: ໜຶ່ງ​ແມ່ນ​ເສດ​ຖະ​ກິດ​ໂລກຍັງ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ຟື້ນ​ຄືນ​ໄດ້​ດີ,ຄວາມ​ຕ້ອງ​ການ​ຈາກ​ຕ່າງ​ປະ​ເທດຄ່ອຍໆ​ເພີ່ມ​ຂຶ້ນ,ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຄາດ​ຄະ​ເນ​ວ່າ: ການ​ສົ່ງ​ອອກດ້ານ​ການ​ຄ້າ​ສິນ​ຄ້າ​ທີ່​​ຈັບ​ຕ້ອງ​ໄດ້ຂອງ​ທົ່ວ​ໂລກ​ໃນ​ປີນີ້​ຈະ​ເພີ່ມ​ຂຶ້ນ22,4%. ສອງ​ແມ່ນ​ພາຍ​ໃຕ້​​ຜົນ​ກະ​ທົບ​ຫຼາຍ​ຄັ້ງ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19, ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ໃນ​ທົ່ວ​ໂລກ​ຍັງ​ບໍ່​ສົມ​ດຸນ​ກັນ​ຄື​ເກົ່າ,ຈີນ​ຈິ່ງ​ໄດ້ສືບ​ຕໍ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ສາ​ກົນ​ແລະ​ຜູ້​ບໍ​ລິ​ໂພກ​ໂດຍ​ອາ​ໄສຂະ​ແໜງ​ການ​ຜະ​ລິດ​ທີ່​ເປັນລະ​ບົບ​ທີ່​ຄົບ​ຊຸດ. ສາມ​ແມ່ນ​ສິນ​ຄ້າ​ງວດໃຫຍ່ໄດ້​ຂຶ້ນ​ລາ​ຄາ,ເຊິ່ງສົ່ງ​ຜົນ​ດີ​ຕໍ່ການເພີ່ມ​ຂຶ້ນ​ຂອງ​ການ​ສົ່ງ​ອອກ​ສິນ​ຄ້າ.

ຄຳ​ເຫັນ

0