郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການ​ພົວ​ພັນ​ຈີນ-ລິດ​ທົວ​ນີ​ຖືກ​ທຳ​ລາຍ​ຍ້ອນ​ສາ​ເຫດ​ຫຍັງ​ມັນ​ຊັດ​ເຈນທີ່​ສຸດ​ແລ້ວ

2021-12-17 14:36:44 cri

ຈີນ​ກ່າວ​ວ່າ: ການ​ພົວ​ພັນ​ຈີນ-ລິດ​ທົວ​ນີ​ຖືກ​ທຳ​ລາຍ​ຍ້ອນ​ສາ​ເຫດ​ຫຍັງ​ມັນ​ຊັດ​ເຈນທີ່​ສຸດ​ແລ້ວ_fororder_253194009

   ໃນ​ກອງ​ປ​ະ​ຊຸມ​ຂ່າວ​ປະ​ຈຳຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ16ທັນ​ວານີ້,​ມີ​ນັກ​ຂ່າວ​ຕັ້ງ​ຄຳ​ຖາມຕໍ່​ທ່ານ​ວ່າງ​ເວີນ​ປີ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຈີນ ​ກ່ຽວ​ກັບ​ມີ​ຂ່າວ​​ທີ່​ວ່າ ເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ຂອງລິດ​ທົວ​ນີປະ​ຈຳ​ຈີນໄດ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຈີນ​ແລ້ວ.

   ຕໍ່​ເລື່ອງນີ້ ທ່ານ​ວ່າງ​ເວີນ​ປີ່ນກ່າວ​ວ່າ: ໂດຍ​ແນ​ໃສ່​​ການ​ກະ​ທຳ​ອັນ​ຜິດ​ພາດ​ຂອງລິດ​ທົວ​ນີ​ທີ່​ໄດ້​ລະ​ເມີດ​ຄຳ​ໝັ້ນ​​ສັນ​ຍາ​ທາງ​ການ​ເມືອງ​ຂອງ​ຕົນທີ່​ມີ​ຕໍ່​ຖະ​ແຫຼງ​ການ​ຮ່ວມ​​ໃນເວ​ລາ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ ແລະ​ປັ້​ນ​ແຕ່ງ“​ປະ​ເທດຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງໃນ​ໂລກ”​ຢ່າງ​ບັງ​ອາດ,ຈີນ​ໄດ້​ປະ​ກາດ​ຫຼຸດ​​ລະ​ດັບສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​​ຢູ່​ໃນ​ລະ​ດັບ​ອຸ​ປະ​ທູດ, ທັ​ງ​ໄດ້​ແຈ້ງ​ໃຫ້​ຝ່າຍລິດ​ທົວ​ນີຊາບ​ຢ່າງ​ເປັນ​ທາງ​ການ​ແລ້ວ,​ໂດຍຕົກ​ລົງ​ປ່ຽນ​ຊື່​ຂອງ​ອົງ​ການ​ຜູ້​ຕາງ​ໜ້າ​ທາງ​ກາ​ນ​ທູດ​ຂອງ​ຈີນ​ປະ​ຈຳລິດ​ທົວ​ນີ ເປັນ​ສຳ​ນັກ​ງານອຸ​ປະ​ທູດຂອງ​ສ​ປ​ຈີນ​ປະ​ຈຳ​ສ. ລິດ​ທົວ​ນີ,ແລະ​ຮຽກ​ຮ້​ອງ​ໃຫ້ຝ່າຍລິດ​ທົວ​ນີປ່ຽນ​ຊື່​ຂອງ​ອົງ​ການ​ຜູ້​ຕາງ​ໜ້າທາງ​ການ​ທູດ​ຂອງ​ປະ​ເທດ​ຕົນ​ປະ​ຈຳ​ຢູ່​ສ​ປ​ຈີນ​ເຊັ່​ນດຽວ​ກັນ.

   ທ່ານ​ວ່າງ​ເວີນ​ປີ່ນ​ກ່າວ​ເນັ້ນ​ຕື່ມ​ວ່າ: ການ​ພົວ​ພັນ​ຈີນ-ລິດ​ທົວ​ນີ​ໄດ້ຮັບ​ຜົນ​ກະ​ທົບ​ຮ້າຍ​ແຮງ ແມ່ນ​ຍ້ອນສາ​ເຫດຫຍັງ​ກັນ​ແທ້ ມັນ​ຊັດ​ເຈນ​ທີ່​ສຸດ​ແລ້ວ. ຖ້າ​ວ່າ​ລິດ​ທົວ​ນີ​ປະ​ຕິ​ເສດ​ຄວາມຈິງ​ທີ່​ຜະ​ເຊີນ​ຢູ່,ບໍ່​ສຳ​ຫຼວດ​ຕົນ​ເອງ​ຄືນ​ແລະ​ແກ້​ໄຂ​ຄວາມ​ຜິດ,ພະ​ຍາ​ຍາມ​ລົບ​ຫຼີກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໂດຍ​ອາ​ໄສ​ການ​ປ່າວ​ຂ່າວ​ປອມ,ຈະ​ສ້າງ​ຜົ​ນ​ກະ​ທົບອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດຕື່ມ​ອີກ,ສືບ​ຕໍ່​ທຳ​ລາຍ​ຄວາມ​ຮູ້​ສຶກຂອງ​ປະ​ຊາ​ຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ,ໃນ​ທີ່​ສຸດ ຝ່າຍ​ທີ່​ໄດ້​ຮັບ​ຜົນ​ຮ້າຍ​ຫຼາຍກວ່າ​ໝູ່​ ຈະເປັນລິດ​ທົວ​ນີເອງ.

ຄຳ​ເຫັນ

0