吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMFກ່າວ​ວ່າ: ຈຳ​ນວນ​ໜີ້​ສິນ​ທົ່ວ​ໂລກ​ໃນ​ປີ 2020 ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

2021-12-17 15:02:30 CRI

IMFກ່າວ​ວ່າ: ຈຳ​ນວນ​ໜີ້​ສິນ​ທົ່ວ​ໂລກ​ໃນ​ປີ 2020 ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່_fororder_IMD

    ຕົວ​ເລກ​ທີ່ອົງ​ການກອງ​ທຶນ​ເງິນຕາ​ສາ​ກົນ ຫຼື IMF ປະ​ກາດ​ໃນວັນ​ທີ15 ທັນ​ວາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ແລະ​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ, ຈຳ​ນວນ​ໜີ້​ສິນ​ທົ່ວ​ໂລກ​ໃນ​ປີ 2020 ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​, ຄື: 226 ລ້ານ​ ລ້ານ​ໂດ​ລາ.

    ຕົວ​ເລກ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2020 ເປັນ​ປີ​ທີ່​ທົ່ວ​ໂລກມີ​ໜີ້​ສິນ​ເພີ່ມ​ຂຶ້ນ​ຫລາຍ​ທີ່​ສຸ​ດ​ນັບ​ແຕ່​​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ອັດ​ຕາ​ສ່ວນໜີ້​ສິ​ນ​ທົ່ວ​ໂລກ​​ຕໍ່​ລວມຍອດຜະ​ລິດ​ຕະ​ພັນພາຍ​ໃນ ຫຼືGDP​ໄດ້​ເພີ່ມ​ຂຶ້ນ 28% ເປັນ 256%, ໃນ​ນັ້ນ, ​ໜີ້​ສິນຂອງ​ກຸ່ມ​ເສ​ດ​ຖະ​ກິດ​ພັດ​ທະ​ນ​າ​ແລ້ວ​ໄດ້​ເພີ່ມ​ຂຶ້ນ​​ເປັນຈຳ​ນວນ​ຫຼວງ​ຫຼາຍ,  ​ອັດ​ຕາ​ສ່ວນ​ໜີ້​ສິນຂອງ​ກຸ່ມ​ເສ​ດ​ຖະ​ກິດ​ພັດ​ທະ​ນ​າ​​​ແລ້ວ​ຕໍ່GDPໄດ້​ເພີ່ມ​ຂຶ້ນ​ຈາກ 70%ໃນ​ປີ 2007 ເປັນ 124%ໃນ​ປີ2020, ໃນ​ໄລ​ຍະ​ດຽວ​ກັນ​ນີ້, ​ອັດ​ຕາ​​ໜີ້​ສິນ​ຂອງພາກ​ສ່ວນ​ເອ​ກະ​ຊົນ​ຂອງ​​ກຸ່ມເສດ​ຖະ​ກິດ​ພັດ​ທະ​ນາ​​​ແລ້ວ​ຕໍ່ GDP ​ໄດ້​ເພີ່ມ​ຂຶ້ນ​ຈາກ 164% ເປັນ178%.

    ໃນ​ບົດ​ຄວາມ​ຂອງທ່ານ​ວີ​​ຕໍ ກາ​ສ​ປາ ຫົວ​ໜ້າ​ພະ​ແນກ​ການ​ເງິນ​ອົງ​ການIMF​​ທີ່​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ໄດ້​ລະ​ບຸ​ວ່າ: ຄຽງ​ຄູ່​ກັບ​ອັດ​ຕາ​ດອກ​ເບ້ຍ​ທົ່ວ​ໂລກ​ເພີ່ມ​ຂຶ້ນ ແລະ​​ນະ​ໂຍ​ບາຍ​ດ້ານ​​ການ​ທະ​ນາ​ຄານ​ທີ່​ມີ​ຄວາມຮັດ​ກຸມ, ​ເມື່ອໜີ້​ສິນ​ທົ່ວ​ໂລ​ກ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​​ອາດ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດມີ​ຄວາມ​ອ່ອນ​ແອ​ເພີ່ມ​ຂຶ້ນ, ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ສິ່ງ​ທ້າ​ທາຍ​ສຳ​ຄັນ​ທີ່​ຜູ້​ວາງ​ນະ​ໂຍ​ບາຍ​​ຕ້ອງ​ຜະ​ເຊີນ​ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ຈິ່ງ​​ຈະສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ ແລະ​ເງິນ​ຕາ​ໃຫ້​ຖືກ​ຕ້ອງ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ມີ​ໜີ້​ສິນ​ຢ່າງ​ຫຼວງຫຼາຍ ແລະ ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ.

ຄຳ​ເຫັນ

0