蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ສາ​ກົນ​ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມ​ຮັກ​ແພງ​ທີ່ໄຮ້​ພົມ​ແດນ”ຄັ້ງ​ທີ 13 ຢູ່​ທີ່​ປັກ​ກິ່ງ

2021-12-19 12:12:38 CRI

ເປີດ​ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ສາ​ກົນ​ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມ​ຮັກ​ແພງ​ທີ່ໄຮ້​ພົມ​ແດນ”ຄັ້ງ​ທີ 13 ຢູ່​ທີ່​ປັກ​ກິ່ງ_fororder_微信图片_20211219120916

     ວັນ​ທີ 18 ທັນ​ວານີ້, ພິ​ທີ​ເປີດ​ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ສາ​ກົນ​ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມ​ຮັກ​ແພງທີ່​ໄຮ້​ພົມ​ແດນ——ຊ່ວຍ​ສ້າງ​ຊົນ​ນະ​ບົດໃຫ້​ຈະ​ເລີນ, ເອົາ​ໃຈ​ໃສ່​ນຳສຸ​ຂະ​ພາບກັນ​ກ່ອນ”ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ນະ​ຄອນ​ຫຼວງປັກ​ກິ່ງຂອງ​ຈີນ. ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນພ້ອມ​ດ້ວຍ​ທ່ານ​ນາງ​ຊຽນ​ເຫວີຍ ພັນ​ລະ​ຍາ​ຂອງ​ເພິ່ນ ແລະ​ຜູ້​ຕາງ​ໜ້າ​ຈາກ​ສະ​ຖານ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ຈີນ ສຳ​ນັກ​ງານອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຈີນ ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ລວມ​ທັງ​ໝົດ 160 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ໂດຍ​ຜ່ານ​ທາງ​ອອນ​ລາຍ​ແລະ​ອອ​ຟ​ລາຍ.

ເປີດ​ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ສາ​ກົນ​ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມ​ຮັກ​ແພງ​ທີ່ໄຮ້​ພົມ​ແດນ”ຄັ້ງ​ທີ 13 ຢູ່​ທີ່​ປັກ​ກິ່ງ_fororder_微信图片_20211219120938

     ບັນ​ດາ​ແຂກ​ຜູ້​ມີ​ກຽດ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ການ​ເປີດ​ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ຜ່ານ​ທາງ​ອອນ​ລາຍ​ຢ່າງ​ເປັນ​ທາງ​ການ. ກິດ​ຈະ​ກຳ​ຂາຍ​ເຄື່ອງ​ເພື່ອ​ການ​ກຸ​ສົນ​ຄັ້ງ​ນີ້​ໄດ້​ສ້າງ​ເວັບ​ໄຊ​ສະ​ເພາະ​ເພື່ອ​ຊ່ວຍ​ເຫຼືອ​ຊົນ​ນະ​ບົດ​ດ້ວຍ​ການ​ບໍ​ລິ​ໂພກ, ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 1 ອາ​ທິດ. ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຈີນ​ຈຳ​ນວນ​ໜຶ່ງ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກ​ເມືອງ​ຕ່າງໆ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອແລະ​ການ​ສະ​ໜັບ​ສະ​ໜູນຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໂດຍ​ສະ​ເພາະ​ຈະ​ເຂົ້າ​ສູ່​ຫ້ອງ​ຖ່າຍ​ທອດ​ສົດ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG , ເພື່ອ​ແນະ​ນຳ​ວັດ​ທະ​ນະ​ທຳ​ແລະ​ສິນ​ຄ້າ​ທີ່​ຂາຍ​ເພື່ອ​ການ​ກຸ​ສົນ​ຂອງ​ປະ​ເທດ​ຕົນ.

ຄຳ​ເຫັນ

0