秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຂ່ງຂັນພາສາຈີນຮອບຊີງຊະນະເລີດສຳລັບນັກຮຽນມັດທະຍົມໂລກຄັ້ງທີ 14 ສຳ​ເລັດລົງຢ່າງຈົບງາມ

2021-12-19 15:19:33 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ການ​ແຂ່ງ​ຂັນ​​ທີ່​ຊື່​ວ່າ“ຂົວ​ພາ​ສາ​ຈີນ”​​ເຊິ່ງ​ເປັນ​ການ​ແຂ່ງ​ຂັນ​ລະ​ດັບ​ພາ​ສາ​ຈີນສຳ​ລັບ​ນັກ​ຮຽນ​ມັດ​ທະ​ຍົມ​ໂລກຄັ້ງ​ທີ 14 ​ຮອ​ບ​ຊີງ​ຊະ​ນະ​ເລີດທີ່​ຈັດ​ໂດຍ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ ໄດ້​​ສຳ​ເລັດລົງ​ຢ່າງ​ຈົບ​ງ​າມ.

​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ໄດ້​ດຶງ​ດູດ​ນັກ​ຮຽນ 30.000 ກວ່າ​ຄົນ​ທີ່​ມາ​ຈາກ 87 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ. ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ແບ່​ງ​ອອກ​ເປັນ 2 ຂັ້ນ​ຕອນ ຄື ຮອບ​ແຂ່ງ​ຂັນ​ຢູ່​ປະ​ເທດ​ຕ່າງໆ ແລະ​ຮອບ​ຊີງ​ຊະ​ນະ​ເລີດ​ໂລກ. ໃນ​ທີ່​ສຸດ, ຈະ​ເລືອກ​ເອົາຜູ້​ຊະ​ນະ​ເລີດ​ຂອງ 5 ທະ​ວີບ​ໃນ​ໂລກ​ເຂົ້າ​ຮ່ວມ​ຮອບ​ຊີງ​ຊະ​ນະ​ເລີດ​ໂລກ. ໃນ​ຮອບ​ຊີງ​ຊະ​ນະ​ເລີດ​ຄັ້ງ​ນີ້, ບັນ​ດາ​ນັກ​ຮຽນ​ໄດ້​ຜ່ານ​ຂັ້ນ​ຕອນ​ຕ່າງໆ​ໃນ​ການ​ແຂ່ງ​ຂັນ​ ເຊັ່ນ ການ​ກ່າວ​ປາ​ຖະ​ກະ​ຖາ​ພາຍ​ໃຕ້​ຫົວ​ຂໍ້​ກຳ​ນົດ, ການ​ສະ​ແດງ​ສິ​ລະ​ປະ, ກາ​ນ​ຕອ​ບ​ຄຳ​ຖາມ​ດ້ານ​ຄວາມ​ຮູ້​ວັດ​ທະ​ນະ​ທຳ ແລະ​ອື່ນໆ. ໃນ​ທີ່​ສຸດ, ນາງ​ລູ​ເຊຍ ກາ​ເຊຍ ເດຍ​ສ ຈາກ​ປະ​ເທດ​ແອ​ສ​ປາຍ ໄດ້​ຄອງ​ຊະ​ນະ​ເລີດ​​ໂລກໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ.

ຄຳ​ເຫັນ

0