尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ໃນ​ໂລກ​ມີ​ທັງ​ໝົດ​ເຖິງ 273.900.334 ກໍ​ລະ​ນີ

2021-12-21 16:57:52 cri

      ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ໃນ​ວັນ​ທີ 20 ທັນ​ວາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ມີທັງ​ໝົດ​ເຖິງ 273.900.334 ກໍ​ລະ​ນີ.

      ຕາມ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ເວັບ​ໄຊ​ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ເວ​ລາ 22 ໂມງ 29 ນາ​ທີ​ຂອງວັນ​ທີ 20 ທັນ​ວາ​ນີ້​ຕາມເວ​ລາ​ປັກ​ກິ່ງ​, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່ໃນ​ໂລກ​ມີ​ເຖິງ 504.603 ກໍ​ລະ​ນີ​ລວມ​ທັງ​ໝົດ​ມີ​ເຖິງ 273.900.334 ກໍ​ລະ​ນີ; ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ແມ່ນ 5.490 ​ຄົນ,ລວມທັງ​ໝົດ​ມີ​ເຖິງ 5.351.812 ​ຄົນ.

ຄຳ​ເຫັນ

0