蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສາ​ມາດ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ໄດ້ 7 ຕື້​ຫຼອດ​ຕໍ່​ປີ

2021-12-21 11:52:13 CRI

ຈີນ​ສາ​ມາດ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ໄດ້ 7 ຕື້​ຫຼອດ​ຕໍ່​ປີ_fororder_xiaoyaqing

     ວັນ​ທີ 20 ທັນ​ວານີ້, ທ່ານ​ຊ່ຽວ​ຢາ​ຊີ້ງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວໃນ​ກອງ​ປະ​ຊຸມ​ວຽກ​ງານ​ອຸດ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງວ່າ: ຄວາມ​ສາ​ມາດການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ໄດ້​ບັນ​ລຸເຖິງ 7 ຕື້​ຫຼອດ​ຕໍ່​ປີ, ຖານຂໍ້​ມູນມະ​ຫາ​ສານ​ຫຼື big data ດ້ານ​ການ​ສື່​ສານໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ມີ​ລະ​ດັບ​ສູງ​ຂຶ້ນ​ຢ່າງ​ຕໍ່ເນື່ອງ ເຊິ່ງ​ໄດ້​ສະ​ໜອງການ​ຮັບ​ປະ​ກັນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ແຫ່ງ​ຕ່າງໆ.

     ນອກ​ນີ້, ອີງ​ຕາມ​ຂ່າວ​ຈາກ​ເວັບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ວັນ​ທີ 18 ທັນ​ວາ​ປີ 2021, ໃນ 31 ແຂວງ ເຂດ​ປົກ​ຄອງ​ຕົນ​ເອງ ແລະ​ກຳ​ແພງ​ນະ​ຄອນ ລວມ​ທັງ​ກອງ​ກຳ​ລັງ​ການຜະ​ລິດ​ແລະ​ກໍ່​ສ້າງເຂດ​ຊີ່ນ​ຈ່ຽງຂອງ​ຈີນໄດ້​ລາຍ​ງານ​ຈຳ​ນວນ​ການສັກ​ວັກ​ຊີນ​ໂຄວິດ-19 ໄດ້​ຫຼາຍກວ່າ 2,673 ຕື້​ເຂັມ. ໃນ​ນັ້ນ, ຈຳ​ນວນເດັກ​ນ້ອຍ​ອາ​ຍຸ​ແຕ່ 3 ປີຫາ 11 ປີ​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວໃນ​ທົ່ວ​ປະ​ເທດ​ຈີນມີ​ຫຼາຍກວ່າ 140 ລ້ານ​ຄົນ​.

ຄຳ​ເຫັນ

0