黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານລົງ​ທະ​ບຽນ​ນັກ​ຂ່າວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເລີ່ມ​ຕົ້ນ​ໃນ 10 ໂມງ​ຕອນ​ເຊົ້າ​ວັນ​ທີ 25 ທັນ​ວານີ້

2021-12-24 20:10:40 cri

ເພື່ອ​ຕອບ​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ຂອງ​ນັກ​ຂ່າວ​ທັງ​ຫຼາຍ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະສ້າງ​ຕັ້ງ​ສູນ​ຖະ​ແຫຼງ​ຂ່າວ​ປັກ​ກິ່ງ 2022 ເພື່ອ​ຮັບ​ໃຊ້​ຜູ້ປະກອບການຂອງສື່ມວນຊົນທີ່ມີຖານະເປັນນັກ​ຂ່າວທາງການແຕ່​ບໍ່​ໄດ້​ລົງ​ທະ​ບຽນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022. ວຽກ​ງານ​ລົງ​ທະ​ບຽນ​ທີ່​ກ່ຽວ​ຂ້ອງ​ໄດ້​ເລີ່ມ​ຕົ້ນ​ໃນ​ຕອນ​ເຊົ້າ 10 ໂມງຂອງວັນ​ທີ 25 ທັ​ນ​ວາ​ນີ້​ຢ່າງ​ເປັນ​ທາງ​ການ, ເວັບ​ໄຊຂອງ​ສູນ​ຖະ​ແຫຼງ​ຂ່າວ ​ກໍ​ໄດ້​ເປີດ​ການບໍລິການເຊັ່ນ​ກັນ.

ວຽກ​ງານ​ລົງ​ທະ​ບຽນຂອງ​ນັກ​ຂ່າວ​ຈະ​ສິ້ນ​ສຸດ​ລົງ​ໃນ​ເວ​ລາ 10 ໂມງວັນ​ທີ 1 ມັງ​ກອນ​ປີ 2022. ນັກ​ຂ່າວ​ທັງ​ຫຼາຍ​ສາ​ມາດ​​ລົງ​ທະ​ບຽນໄດ້ຜ່ານທາງ​ອິນ​ເຕີ​ເນັດ. ນັກ​ຂ່າວ​ທັງ​ຫຼາຍ​ສາ​ມາດ​ຂຶ້ນ​ເວັບ​ໄຊຂອງ​ສູນ​ຖະ​ແຫຼງ​ຂ່າວ​​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຄື: http://www.2022bmc.cn ແລະ​ສຳ​ເລັດ​ວຽກ​ງານ​​ລົງ​ທະ​ບຽນ.

ຄຳ​ເຫັນ

0