吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ WHO ກ່າວ​ວ່າ: ​ 110 ປະ​ເທດ ​ແລະ ​ເຂດ​ແຄວ້ນ​​ໃນໂລກປາກົດ​ເຫັນ​ເຊື້ອ​ໂອ​ມິຄຣອນ​​

2021-12-25 12:20:09 CRI

ອົງການ WHO ກ່າວ​ວ່າ: ​ 110 ປະ​ເທດ ​ແລະ ​ເຂດ​ແຄວ້ນ​​ໃນໂລກປາກົດ​ເຫັນ​ເຊື້ອ​ໂອ​ມິຄຣອນ​​_fororder_世界卫生组织


    ວັນ​ທີ 24 ທັນວາ​ນີ້, ​ບົດ​ລາຍ​ງານວິຊາການຂອງ​ອົງການ​ອະນາ​ໄມ​ໂລກ ຫຼື WHO ລະບຸ​ວ່າ, ມາຮອດ​ວັນ​ທີ 22 ທັນວາ​ນີ້, ຢູ່ 110 ປະ​ເທດ ​ແລະ ​ເຂດ​ແຄວ້ນໃນໂລກ​ໄດ້​ປາກົດ​ເຫັນ​ໄວຣັດໂຄ​ວິດ-19 ສາຍ​ພັນ​ໂອ​ມິຄຣອນ​.


    ບົດ​ລານ​ງານ​ສະບັບ​ດັ່ງກ່າວລະ​ບຸ​ຕື່ມວ່າ, ປັດຈຸບັນ ມີຫຼັກ​ຖານ​ສາສມາດ ​ຢືນຢັນ​ໄດ້ວ່າ, ​​ເມື່ອ​ທຽບໃສ່​ເຊື້ອ​ເວດ​ຕາ, ​ເຊື້ອ​ໂອ​ມິຄຣອນມີ​ທ່າ​​ແຮງ​ຫຼາຍກວ່າກັນໃນ​ດ້ານ​ການ​​ແຜ່​ລະບາດ​ຢ່າງ​​ເດັ່ນ​ຊັດ. ຢູ່​ປະ​ເທດ ​ແລະ ​ເຂດ​​ແຄວ້ນ​ທີ່​ໄດ້​ປາ​ກົດ​ເຫັນ​ການ​ແຜ່​ລະບາດ​ຂອງເຊື້ອ​ໂອ​ມິຄຣອນ​ໃນ​ເຂດ​ຊຸມ​ຊົນ, ການ​ແຜ່​ລະບາດ​ຂອງ​ໂອມິຄຣອນ ຈະໄວ​ກວ່າ​ເດ​ວຕາຢ່າງ​ຊັດເຈນ ເຊິ່ງຈຳນວນການຕິດເຊື້ອ​ເພີ່ມ​ຂຶ້ນ 1 ເທົ່ານັ້ນແມ່ນ 2 ຫາ 3 ວັນ. ແຕ່ຜົນການ​ຄົ້ນຄວ້າໃນ​​ໄລຍະ​ຕົ້ນ​ຂອງ​ອາ​ຟຼິກາ​ໃຕ້, ອັງກິດ ​ແລະ ດານ​ມາກ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ສ່ຽງ​ການນອນ​ໂຮງໝໍ​ຍ້ອນ​​ເຊື້ອ​ໂອ​ມິຄຣອນ ຈະຕ່ຳ​ກວ່າ​ເຊື້ອ​ເດ​ວຕາ.


     ຈົນ​ຮອດປັດຈຸບັນ,​ ຂໍ້​ມູນ​ການ​ຄົ້ນຄວ້າ​ກ່ຽວ​ກັບປະສິດທິ​ຜົນ​ຂອງ​ວັກ​ຊິນ​ທີ່ມີຕໍ່ກັບ​ເຊື້ອ​ໂອ​ມິຄຣອນນັ້ນ ຍັງບໍ່ຫຼາຍ.

ຄຳ​ເຫັນ

0