何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຕາ​ລີ​ກ່າວ​ວ່າ: ຫວັງ​ວ່າ​ນັກ​ກິ​ລາ​ອີ​ຕາ​ລີ​ຈະ​ສ້າງ​ຜົນ​ງານ​​ດີ​ເດັ່ນ​ຢູ່​ປັກ​ກິ່ງ

2021-12-26 14:59:41 CRI

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຕາ​ລີ​ກ່າວ​ວ່າ: ຫວັງ​ວ່າ​ນັກ​ກິ​ລາ​ອີ​ຕາ​ລີ​ຈະ​ສ້າງ​ຜົນ​ງານ​​ດີ​ເດັ່ນ​ຢູ່​ປັກ​ກິ່ງ_fororder_微信图片_20211226135739

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ຢູ່​ນະ​ຄອນຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ, ທ່ານ​ເຊ​ກິ​ໂອ ມາ​ຕາ​ເຣ​ລາ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຕາ​ລີ​ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນນັກ​ກິ​ລາ​ອີ​ຕາ​ລີ​ທີ່​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ, ທັງ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ຕໍ່​ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ.

 

ຂ່າວ​ລາຍ​ງານ​ວ່າ, ໃນ​ມື້​ນັ້ນ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​​ໄດ້​ຈັດ​ພິ​ທີ​ມອບ​ທຸງ​ໃຫ້​ຄະ​ນະ​ຜູ້​ແທນ​ໂອ​ລິມ​ປິກ​ລະ​ດູ​ໜາວ​ອີ​ຕາ​ລີ. ທ່ານ​ເຊ​ກິ​ໂອ ມາ​ຕາ​ເຣ​ລາ​ໄດ້​ຍ້ອງ​ຍໍ​ ນັກ​ກິ​ລາ, ຄູ​ເຝິກ, ພະ​ນັກ​ງານ​ການ​ແພດ ແລະ ພະ​ນັກ​ງານ​​ອີ​ຕາ​ລີອື່ນໆ​ຂອງ​ອີ​ຕາ​ລີທີ່​ມີ​ຈິດ​ໃຈ​ມື​ອາ​ຊີບ ແລະ ຄວາມ​ກະ​ຕື​ລື​ລົ້ນ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ, ຫວັງ​ວ່າ​ນັກ​ກິ​ລາ​ອີ​ຕາ​ລີ ຈະ​ສ້າງ​ຜົນ​ງານ​ດີ​ເດັ່ນ, ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງນ້ຳ​ໃຈ​ການ​ແຂ່ງ​ຂັນ​ກິ​ລາ.

 

ອີ​ຕາ​ລີ​ແມ່ນ​ປະ​ເທດ​ເຈົ້າ​ພາບ​ທີ່​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້​ງ​ຕໍ່​ໄປ ຖັດ​ຈາກ​ປະ​ເທດ​ຈີນ. ເດືອນ​ມິ​ຖຸ​ນາ​ປີ 2019, ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 134 ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ອີ​ຕາ​ລີ​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປີ 2026.

ຄຳ​ເຫັນ

0