何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸຍ​ເນັ​ສ​ໂກ​ເຫັນ​ວ່າ ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ຂອງ​ໂລກ

2021-12-27 10:50:52 CRI

ອຸຍ​ເນັ​ສ​ໂກ​ເຫັນ​ວ່າ ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ຂອງ​ໂລກ_fororder_1227-1

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຊາ​ບາ​ສ ການ, ຜູ້​ຕາງ​ໜ້າ​ອົງ​ການ​ອຸຍ​ເນັ​ສ​ໂກ​ປ​ະ​ຈຳ​ຈີນ​ກ່າວ​ວ່າ, ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ຂອງ​ໂລກ, ໄດ້​ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັ​ດ​ທະ​ນາ​ຖາ​ວອນ​ຂອງ​ໂລກ, ຫວັງ​ວ່າ​ບົດ​ຮຽນ​ຂອງ​ຈີນ​ຈະ​ສາ​ມາດ​ແບ່ງ​ປັນ​ໃຫ້​​ກັບປະ​ເທດ​ອື່ນໆ​ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

 

ປີ 2021, “​ເມືອງ​ຊວນ​ໂຈ່: ສູນ​ການ​ຄ້າ​ທາງ​ທະ​ເລ​ຂອງ​ໂລກ​ໃນ​ສະ​ໄໝລາ​ຊະ​ວົງ​ຊົ້ງ ແລະ ລາ​ຊະ​ວົງ​ຢວນ​ຂອງ​ຈີນ” ທີ່​ເປັນໂຄງ​ການ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​​ຈີນສະ​ເໜີໄດ້​ເປັນ​ມໍ​ລະ​ດົກ​ໂລກ, ນັບ​ມາ​ຮອດ​ປ​ະ​ຈຸ​ບັນ, ຈຳ​ນວນ​ມໍ​ລະ​ດົກ​ໂລກ​ຢູ່​ພາຍ​ໃນຈີນ​ມີ​ເຖິງ 56 ແຫ່ງ, ຈີນ​​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ມໍ​ລະ​ດົກ​ດ້ານ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກຫຼາຍ​ທີ່​ສຸດ. ທ່ານ​ຊາ​ບາ​ສ ການ ຜູ້​ຕາງ​ໜ້າ​ອົງ​ການ​ອຸຍ​ເນັ​ສ​ໂກ​ປ​ະ​ຈຳ​ຈີນ​ເຫັນ​ວ່າ, ຈີນ​ບໍ່​ພຽງ​ແຕ່​ມີ​ມໍ​ລະ​ດົກ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນເທົ່າ​ນັ້ນ, ເຕັກ​ນິກວິ​ຊາ​ການ ​ຜູ້ຊ່ຽວ​ຊານ ແລະ ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ຍັງ​​ໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ຂອງ​ປະ​ເທດ​ອື່ນໆ.

 

ທ່ານ​ຊາ​ບາ​ສ ການ​ເຫັນ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ເອົາ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ໄວ້​ໃນ​ຖາ​ນະ​ພົ້ນ​ເດັ່ນ​ໃນ​ແຜນວຽກ​ງານ​ລວມ​ຂອງ​ຊາດ. ຈີນ​ໄດ້​ສ້າງ​ຫ້ອງ​ທົດ​ລອງ​ຈຸດ​ສຸມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ລະ​ດັບ​ຊາດ 30 ແຫ່ງ, ສະ​ຖາ​ນີ​ສຳຫຼວດ​ວິ​ທະ​ຍາ​ສາດ​ກາງ​ປ່າ​ລະ​ດັບ​ຊາດ 167 ແຫ່ງ. ເສີມ​ສ້າງ​ກຳ​ລັງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທາງ​ຍຸດ​ທະ​ສາດ​ໃນ​ການ​ປົກ​ປ້ອງ ແລະ​ຄົ້ນ​ຄວ້າ​ຄວາມຫຼາກຫຼາຍ​ຂອງ​ຊີ​ວະ​ນາ​ນາ​ພັນ​ເທື່ອ​ລະ​ກ້າວ, ຈີນ​ໄດ້​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ເນັ​ສ​ໂກ​ໃນ​ການ​ປົກ​ປ້ອງ​ຄວາມຫຼາກຫຼາຍ​ຂອງ​ຊີ​ວະ​ນາ​ນາ​ພັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0