陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຸນັກບິນອາວະກາດເຊີນໂຈ່ວ-13ໄດ້ກັບຄືນສູ່ຫ້ອງແກນກາງຫຼືcore moduleແລ້ວ

2021-12-27 17:19:12 cri

ຈຸນັກບິນອາວະກາດເຊີນໂຈ່ວ-13ໄດ້ກັບຄືນສູ່ຫ້ອງແກນກາງຫຼືcore moduleແລ້ວ_fororder_微信图片_航天

ຫ້ອງການໂຄງການການບິນອາວະກາດບັນທຸກຄົນຂອງຈີນໄດ້ລາຍງານໃຫ້ຊາບວ່າGເວລາສູນໂມງ 55 ນາທີຂອງວັນທີ 27 ທັນວາປີ 2021 ຕາມເວລາປັກກິ່ງ,ຜ່ານເວລາປະມານ 6 ຊົ່ວໂມງ,ຈຸນັກບິນອາວະກາດ ເຊີນໂຈ່ວ-13ໄດ້ສຳເລັດໜ້າທີ່ທີ່ກຳນົດໄວ້ທັງໝົດໃນການອອກໄປເຄື່ອນໄຫວ ນອກສະຖານີອາວະກາດຄັ້ງທີ 2 ໄດ້ຢ່າງຈົບງາມ,ໂດຍນັກບິນອາວະກາດ ຈາຍຈື້ກ່າງແລະນັກບິນອາວະກາດເຢ້ກວ່າງຟູ້ໄດ້ກັບຄືນສູ່ຫ້ອງແກນກາງຫຼືcore moduleຢ່າງປອດໄພ,ການອອກໄປເຄື່ອນໄຫວນອກສະຖານີອາວະກາດໄດ້ສຳ ເລັດຜົນຢ່າງຈົບງາມ.

 

ເທື່ອນີ້ແມ່ນເທື່ອທີ 4 ທີ່ນັກບິນອາວະກາດຈີນໄດ້ອອກນອກຫ້ອງcore moduleໄປເຄື່ອນໄຫວນອກສະຖານີອາວະກາດໃນໄລຍະຢູ່ເທິງສະຖານີອາວະກາດ.ໃນໄລຍະເຄື່ອນໄຫວຢູ່ນອກສະຖານີອາວະກາດ,ໄດ້ເຮັດສຳເລັດການຍົກ ກ້ອງຖ່າຍຮູບປະໂນຣາມາພ້ອມດ້ວຍການກວດສອບປະສິດທິພາບການປະຕິບັດ ງານທີ່ກ່ຽວຂ້ອງ,ການກວດສອບການຍົກຍ້າຍເຄື່ອງຂອງແລະໜ້າທີ່ອື່ນໆ,ພ້ອມ ທັງໄດ້ກວດສອບສະມັດຖະພາບຂອງປະຕູທີ່ອັດດ້ວຍຄວາມດັນໃນຫ້ອງcore module ຊຸດນັກບິນອາວະກາດນອກຫ້ອງcore moduleແລະແຂນກົນຈັກ ຕື່ມອີກ,ໄດ້ທົດສອບເຕັກນິກທີ່ກ່ຽວຂ້ອງກັບການເຄື່ອນໄຫວຢຢູ່ນອກສະຖານີອາ ວະກາດ ຄວາມສາມາດການປະ ສານສົມທົບກັນລະຫວ່າງນັກບິນອາວະກາດຢູ່ ດ້ານໃນແລະນອກສະຖານີອາວະກາດພ້ອມດ້ວຍຄວາມສາມາດການປະສານສົມທົບກັນລະຫວ່າງພາກສ່ວນຢູ່ເທິງອາວະກາດແລະພາກສ່ວນຢູ່ໜ້າດິນ, ເຊິ່ງໄດ້ສະສົມບົດຮຽນໃຫ້ແກ່ການເຄື່ອນໄຫວຢູ່ນອກສະຖານີອາວະກາດຕາມຫຼັງຕື່ມອີກ.

ຄຳ​ເຫັນ

0