陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍອາເມຣິກາຈະສົ່ງຄະນະເຈົ້າໜ້າທີ່ລັດຖະບານມາປະເທດຈີນໃນໄລຍະງານກິລາໂອລິມປິກລະດູໜາວປັກກິ່ງ ທັງຍື່ນໃບຄຳຮ້ອງຂໍວີຊາ

2021-12-28 12:08:21 cri

ຝ່າຍອາເມຣິກາຈະສົ່ງຄະນະເຈົ້າໜ້າທີ່ລັດຖະບານມາປະເທດຈີນໃນໄລຍະງານກິລາໂອລິມປິກລະດູໜາວປັກກິ່ງ ທັງຍື່ນໃບຄຳຮ້ອງຂໍວີຊາ_fororder_微信图片_1

   ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວປະຈຳໃນວັນທີ 27 ທັນວານີ້ວ່າ:ຕໍ່ກັບກໍລະນີທີ່ຝ່າຍອາເມຣິກາ ຈະສົ່ງຄະນະເຈົ້າໜ້າທີ່ລັດຖະບານມາປະເທດຈີນໃນໄລຍະງານກິລາໂອລິມປິກ ລະດູໜາວປັກິ່ງ,ທັງຍື່ນໃບຄຳຮ້ອງຂໍວີຊາ,ຝ່າຍຈີນຈະອີງຕາມປະເພນີສາກົນ, ຂໍ້ກຳ ນົດທີ່ກ່ຽວຂ້ອງແລະຫຼັກການເທົ່າທຽມກັນໃນການແກ້ໄຂບັນຫາ.

 

  ຕາມການລາຍງານຂ່າວ,ຫວ່າງມໍ່ໆນີ້ ລັດຖະບານອາເມຣິກາໄດ້ສະເໜີກັບ ຝ່າຍຈີນວ່າ:ຈະສົ່ງເຈົ້າໜ້າທີ່ 18 ທ່ານເຊິ່ງຕົ້ນຕໍແມ່ນມາຈາກກະຊວງການ ຕ່າງປະເທດແລະກະຊວງປ້ອງກັນປະເທດອາເມຣິກາເພື່ອເດີນທາງມາຈີນ,ເພື່ອ ໃຫ້ການສະໜັບສະໜູນດ້ານຄວາມປອດໄພແລະດ້ານການແພດແກ່ນັກກິລາອາ ເມຣິກາໃນໄລຍະງານກິລາໂອລິມປິກລະດູໜາວປັກກິ່ງ,ໃນໄລຍະຕໍ່ໜ້ານີ້ຍັງອາດຈະຍື່ນໃບຄຳຮ້ອງຂໍວີຊາໃຫ້ແກ່ເຈົ້າໜ້າທີ່ອີກເກືອບ 40 ທ່ານ.

 

 ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານຈ້າວລີ້ຈ້ຽນກ່າວວ່າ:"ສິ່ງທີ່ຂ້າພະ ເຈົ້າສາມາດຢືນຢັນໄດ້ນັ້ນແມ່ນ,ຝ່າຍຈີນໄດ້ຮັບໃບຄຳຮ້ອງຂໍເຮັດວີຊາຂອງບຸກ ຄົນທີ່ກ່ຽວຂ້ອງຂອງຝ່າຍອາເມຣິກາແລ້ວ.ກ່ອນໜ້ານີ້ ຝ່າຍອາເມຣິກາໄດ້ ເລີ່ມຈາກຈຸດປະສົງການຊັກໃຍທາງດ້ານການເມືອງ,ພາຍໃຕ້ກໍລະນີທີ່ຕົນບໍ່ໄດ້ ຮັບການເຊື້ອເຊີນ,ໄດ້ປັ້ນແຕ່ງລະຄອນຕະຫຼົກອັນທີ່ເອິ້ນວ່າ ຈະບໍ່ສົ່ງຜູ້ຕາງໜ້າ ທາງການທູດຫຼືຝ່າຍທາງການມາເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ.ຝ່າຍຈີນເຕືອນອີກເທື່ອໜຶ່ງໃຫ້ຝ່າຍອາເມຣິກາຈົ່ງປະຕິບັດຕາມຈິດໃຈໂອລິມປິກ,ຢຸດຕິການຫັນການເຄື່ອນໄຫວກິລາເປັນບັນຫາການເມືອງ,ຢຸດຕິຄຳເວົ້າແລະການກະທຳໃດໆທີ່ລົບກວນແລະທຳລາຍງານກິລາໂອລິມປິກລະດູໜາວປັກກິ່ງ.”

ຄຳ​ເຫັນ

0