陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຜີຍແຜ່ປຶ້ມປົກຂາວກ່ຽວກັບການຄວບຄຸມການສົ່ງອອກເປັນຄັ້ງທຳອິດ

2021-12-29 17:26:40 cri

ຈີນເຜີຍແຜ່ປຶ້ມປົກຂາວກ່ຽວກັບການຄວບຄຸມການສົ່ງອອກເປັນຄັ້ງທຳອິດ_fororder_微信图片_baipishu

ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວກ່ຽວກັບ ການຄວບຄຸມການສົ່ງອອກຂອງຈີນໃນວັນທີ 29 ທັນວານີ້.

 

ນີ້ແມ່ນເທື່ອທຳອິດທີ່ປະເທດຈີນເຜີຍແຜ່ປຶ້ມປົກຂາວກ່ຽວກັບການຄວບຄຸມການ ສົ່ງອອກ,ໂດຍມີຈຸດປະສົງເພື່ອແນະນຳຢ່າງຮອບດ້ານກ່ຽວກັບຈຸດຢືນ ກົດລະ ບຽບແລະພຶດຕິກຳຂອງຈີນໃນການປັບປຸງການຄຸ້ມຄອງການຄວບຄຸມການສົ່ງ ອອກ,ໄດ້ທອະທິບາຍຈຸດຢືນແລະການກະທຳຂອງຈີນໃນການປົກປັກຮັກສາສັນຕິພາບແລະການພັດທະນາຂອງໂລກ,ປົກປັກຮັກສາຄວາມໝັ້ນຄົງຂອງຊາດແລະຄວາມໝັ້ນຄົງຂອງສາກົນ.

 

ປຶ້ມປົກຂາວຊີ້ອອກວ່າ:ບັນດາປະເທດໄດ້ໃຫ້ຄວາມສຳຄັນຢ່າງສູງແລະຕັ້ງ ໜ້າຊຸກຍູ້ວຽກງານຄວບຄຸມການນຳເຂົ້າແລະສົ່ງອອກໂດຍທົ່ວໄປ,ຜ່ານການສ້າງຕັ້ງແລະປະຕິບັດລະບຽບກົດໝາຍ,ເພື່ອເພີ່ມທະວີແລະປັບປຸງການຄວບຄຸມການ ສົ່ງອອກໃຫ້ເປັນລະບຽບແບບແຜນ.ປະເທດຈີນໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະເປັນປະເທດ ໃຫຍ່ອັນດັບໜຶ່ງດ້ານການຄ້າສິນຄ້າແລະອຸດສາຫະກຳການຜະລິດຂອງໂລກ,ໄດ້ ປະຕິບັດຕາມຫຼັກການປົກປັກຮັກສາຄວາມໝັ້ນຄົງຂອງຊາດ,ການປົກປັກຮັກສາ ສັນຕິພາບຂອງໂລກແລະຄວາມໝັ້ນຄົງຂອງພາກພ້ືນຢ່າງສະເໝຕົ້ນສະເໝີປາຍ,ໂດຍໄດ້ປັບປຸງການຄຸ້ມຄອງການຄວບຄຸມການສົ່ງອອກໃຫ້ສົມບູນຂຶ້ນຢ່າງບໍ່ຢຸດ ຢັ້ງ.

 

ປຶ້ມປົກຂາວໄດ້ແນະນຳວ່າ,ປະເທດຈີດໄດ້ສຸມໃສ່ການສ້າງລະບົບໃໝ່ດ້ານ ເສດຖະກິດແບບເປີດປະຕູທີ່ມີລະດັບສູງກວ່າເກົ່າແລະການສ້າງປະເທດຈີນທີ່ມີ ຄວາມສະຫງົບໃນລະດັບສູງກວ່າເກົ່າ,ເພື່ອບັນລຸການພັດທະນາທີ່ມີຄຸນນະພາບ ສູງແລະການຊ່ວຍຊູຍູ້ໜູນກັນໃນທາງສ້າງສັນທີ່ມີລະດັບສູງແລະປອດໄພ,ຊຸກຍູ້ ການຫັນເປັນທັນສະໄໝຂອງລະບົບຄວບຄຸມການສົ່ງອອກ,ການຄຸ້ມຄອງການ ຄວບຄຸມການສົ່ງອອກໄດ້ຮັບການພັດທະນາໃໝ່ແລະໄດ້ຮັບຜົນສຳເລັດໃໝ່.

 

ປຶ້ມປົກຂາວຍັງຊີ້ອອກວ່າ,ຈີນໄດ້ພິຈາລະນາໜ້າທີ່ຄວາມຮັບຜິດຊອບຈາກ ແງມູມ່ທົ່ວໂລກ,ຕັ້ງໜ້າປະຕິບັດຕາມພັນທະສາກົນ,ເພີ່ມທະວີການແລກປ່ຽນ ແລະການຮ່ວມມືສາກົນ,ຕັ້ງໜ້າເຂົ້າຮ່ວມການປະສານງານສາກົນກ່ຽວກັບການ ຄວບຄຸມການສົ່ງອອກດ້ວຍການກະທຳຕົວຈິງ,ຊຸກຍູ້ຂະບວນວິວັດສາກົນທີ່ກ່ຽວ ຂ້ອງ,ຮ່ວມກັບບັນດາປະເທດສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເຊິ່ງໄດ້ເພີ່ມພະລັງທາງບວກໃຫ້ກັບສັນຕິພາບແລະການພັດທະນາຂອງໂລກ.

ຄຳ​ເຫັນ

0