陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ຈີນ-ຣັດເຊຍ ໄດ້ຜ່ານການທົດສອບມາຫຼາຍຫຼົບຫຼາຍຕ່າວແລະມີຄວາມໝັ້ນໜຽວທົນທານ

2021-12-29 12:41:54 cri

ສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ຈີນ-ຣັດເຊຍ ໄດ້ຜ່ານການທົດສອບມາຫຼາຍຫຼົບຫຼາຍຕ່າວແລະມີຄວາມໝັ້ນໜຽວທົນທານ_fororder_微信图片_1

 ໃນເວລາສະແດງຄວາມຍິນດີຕໍ່ການສະແດງທ່າທີທີ່ກ່ຽວຂ້ອງຂອງລັດຖະມົນຕີ ກະຊວງການຕ່າງປະເທດຣັດເຊຍໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 28 ທັນ ວານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ ອອກວ່່າ:ສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ຈີນ-ຣັດເຊຍໄດ້ຜ່ານການທົດສອບມາຫຼາຍຫຼົບຫຼາຍຕ່າວແລະມີຄວາມໝັ້ນໜຽວທົນ ທານ.

 

ວັນທີ 27 ທັນວານີ້,ທ່ານລາຟຣົຟ ລັດຖະມົນຕີກະຊວງການຕ່າງ ປະເທດຣັດເຊຍກ່າວວ່າ:ຝ່າຍຕາເວັນຕົກບໍ່ຢາກໃຫ້ມີຄູ່ແຂ່ງໃດໆທີ່ມີອິດທິພົນທີ່ ສູສີກັນກັບຕົນໃນເວທີສາກົນ,ເຊິ່ງທ່າທີແບບນີ້ກໍ່ໄດ້ອະທິບາຍວ່າເປັນຫຍັງຝ່າຍ ຕາເວັນຕົກຈຶ່ງມີທ່າທີແບບຄົນເສຍຈິດທີ່ຄວບຄຸມສະຕິບໍ່ຢູ່ເມື່ອເຫັນຈີນພົ້ນເດັ່ນຂຶ້ນ.ປະເທດຈີນໄດ້ຍອມຮັບກະຕິກາການຫຼິ້ນເກມຂອງຝ່າຍຕາເວັນຕົກ,ພ້ອມທັງເອົາ ຊະນະຝ່າຍຕາເວັນຕົກໃນຂົງເຂດຂອງເຂົາເຈົ້າໂດຍອີງຕາມກະຕິກາຂອງຝ່າຍຕາເວັນຕົກ.ໃນເວລາຕອບຄຳຖາມ,ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ,ພວກເຮົາຊົມເຊີຍ ການສະແດງທ່າທີທີ່ກ່ຽວຂ້ອງຂອງທ່ານລາຟຣົຟ,ປະເທດຈີນໄດ້ປະຕິບັດນະໂຍ ບາຍການຕ່າງປະເທດສັນຕິພາບ ເອກະລາດ ເປັນເຈົ້າຕົນເອງມາໂດຍ ຕະຫຼອດ,ເປັນຜູ້ສ້າງສັນຕິພາບຂອງໂລກ,ຜູ້ປະກອບສ່ວນເຂົ້າໃນການພັດທະ ນາໂລກແລະເປັນຜູຸ້ປົກປັກຮັກສາລະບຽບສາກົນມາໂດຍຕະຫຼອດ,ໄດ້ສຸມໃສ່ຊຸກຍູ້ ການສ້າງສາຍພົວພັນສາກົນແບບໃໝ່ຕະຫຼດມາ,ເພື່ອຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ.

 

ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ:"ແຕ່ໃດມາ,ຈຸດປະສົງຂອງການຮ່ວມມື ລະຫວ່າງຈີນ-ຣັດເຊຍກໍບໍ່ແມ່ນເພື່ອຢາກເອົາຊະນະໃຜ,ແຕ່ແມ່ນເພື່ອຊຸກຍູ້ ການພັດທະນາປະເທດໃຜລາວ,ຊຸກຍູ້ໃຫ້ບັນດາຝ່າຍຕ່າງກໍ່ໄດ້ຮັບຜົນປະໂຫຍດ. ພວກເຮົາຍິນດີຮ່ວມກັບຝ່າຍຣັດເຊຍພ້ອມດ້ວຍປະຊາຄົມໂລກ,ເດັດດ່ຽວຮ່ວມກັນ ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງແລະລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ,ສະໜັບສະໜູນແລະປະຕິ ບັດຕາມລັດທິຫຼາຍຝ່າຍ,ຊຸກຍູ້ໃຫ້ບັນດາປະເທດລົງເລິກການຮ່ວມມືກັນທີ່ຕ່າງ ຝ່າຍຕ່າງມີຜົນປະໂຫຍດ,ເຊິ່ງໄດ້ເພີ່ມພະລັງແຮງອັນໃໝ່ເຂົ້າໃນການພັດທະນາ ແລະສັນຕິພາບຂອງໂລກແລະເຮັດໃຫ້ໂລກມີຄວາມໝັ້ນຄົງຫຼາຍກວ່າເກົ່າ."

ຄຳ​ເຫັນ

0